ລວມຍອດເສດຖະກິດຈີນໃນປີ2022ເພີ່ມຂຶ້ນສູ່ລະດັບໃໝ່

2023-01-19 14:54:53 cri


ປີ2022ທີ່ຫາກໍ່ຜ່ານພົ້ນໄປ,ເສດຖະກິດຈີນໄດ້ແບກຫາບຄວາມກົດດັນແລະກ້າວໄປສູ່ຂ້າງໜ້າຢ່າງຕໍ່ເນື່ອງ.


ວັນທີ18ມັງກອນນີ້,ຫຼາຍພາກສ່ວນໄດ້ປະກາດສະພາບການເຄື່ອນໄຫວດ້ານເສດຖະກິດແຫ່ງຊາດໃນປີ2022. ໃນນັ້ນ,ຄະນະກຳມະການພັດທະນາແລະປະຕິຮູບແຫ່ງຊາດຈີນຈັດກອງປະຊຸມຖະແຫຼງຂ່າວ,ຜູ້ຮັບຜິດຊອບທີ່ກ່ຽວຂ້ອງແນະນຳໃຫ້ຮູ້ວ່າ: ປີ2022, ລວມຍອດເສດຖະກິດຈີນໄດ້ເພີ່ມຂຶ້ນສູ່ລະດັບໃໝ່,ລວມຍອດຜະລິດຕະພັນພາຍໃນຫຼື GDP ບັນລຸມູນຄ່າ121ພັນຕື້ຢວນ, ເພີ່ມຂຶ້ນ6,1ພັນຕື້ຢວນເມື່ອທຽບໃສ່ປີກ່ອນ.ລວມຍອດເສດຖະກິດຈີນລະຫວ່າງປີ2020 -2022ໄດ້ເພີ່ມຂຶ້ນ4,5%ຕໍ່ປີ,ສູງກວ່າລະດັບສະເລ່ຍ2%ຂອງໂລກ,ເສດຖະກິດຈີນຍັງແມ່ນແຫຼ່ງແມ່ແຮງທີ່ສຳຄັນໃນການເຕີບໂຕຂອງເສດຖະກິດໂລກ.


ກະຊວງການຄ້າຈີນປະກາດຂໍ້ມູນສະແດງໃຫ້ເຫັນວ່າ: ໃນປີ2022 ທຶນຕ່າງປະເທດທີ່ຈີນນຳໃຊ້ຕົວຈິງມີເຖິງ1.232,68ຕື້ຢວນ ,ເພີ່ມຂຶ້ນ6,3%ເມື່ອທຽບໃສ່ເວລາດຽວກັນຂອງປີກ່ອນ.


ອົງການພະລັງງານແຫ່ງຊາດປະກາດຂໍ້ມູນໂດຍສະແດງໃຫ້ເຫັນວ່າ: ປີ2022 ໃນທົ່ວປະເທດຈີນໄດ້ໃຊ້ໄຟຟ້າເຖິງ 8.637,2 ຕື້ກິໂລວັດໂມງ, ເພີ່ມຂຶ້ນ3,6%ເມື່ອທຽບໃສ່ເວລາດຽວກັນຂອງປີກ່ອນ.


ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນຈັດກອງປະຊຸມຖະແຫຼງຂ່າວ,ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງກະສິກຳແລະຊົນນະບົດຈີນແນະນຳໃຫ້ຮູ້ວ່າ: ໃນປີ2022,ລາຍໄດ້ສະເລ່ຍຂອງຊາວກະສິກອນທີ່ຈັບຈ່າຍໄດ້ມີເຖິງ20.133ຢວນ,ເພີ່ມຂຶ້ນ4,2%.