ຮອງນາຍົກຈີນພົບປະເຈລະຈາກັບລັດຖະມົນຕີການເງິນອາເມຣິກາ

2023-01-19 11:30:04 cri

 

    ວັນທີ 18 ມັງກອນນີ້, ທ່ານລິວເຮີ້, ຮອງນາຍົກລັດຖະມົນຕີຈີນ, ຜູ້ຮັບຜິດຊອບຝ່າຍຈີນຂອງການສົນທະນາເສດຖະກິດຮອບດ້ານຈີນ-ອາເມຣິກາ ແລະທ່ານນາງ ເຈເນັດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາ ໄດ້ພົບປະເຈລະຈາກັນເປັນເວລາເຄິ່ງວັນຢູ່ນະຄອນຊູລິກປະເທດສວິສ.

    ສອງຝ່າຍເຫັນວ່າ: ການຟື້ນຟູເສດຖະກິດໂລກພວມຢູ່ໃນໄລຍະສຳຄັນ, ການທີ່ສອງຝ່າຍເພີ່ມທະວີການຕິດຕໍ່ພົວພັນ ແລະປະສານງານກັນດ້ານນະໂຍບາຍມະຫາພາກ, ຮ່ວມກັນຮັບມືກັບສິ່ງທ້າທາຍໃນຂົງເຂດຕ່າງໆ, ເຊັ່ນ: ເສດຖະກິດ, ການທະນາຄານແລະອື່ນໆ, ຈະມີຜົນດີຕໍ່ສອງປະເທດຈີນ-ອາເມຣິກາ, ກໍຄືທົ່ວໂລກ. ສອງຝ່າຍໄດ້ເປິກສາຫາລືບັນຫາກ່ຽວກັບການລົງເລິກການຮ່ວມມືໃນຂົງເຂດເສດຖະກິດມະຫາພາກ ແລະຂົງເຂດທະນາຄານ. ສອງຝ່າຍໄດ້ເຂົ້າໃຈຄວາມສຳຄັນຂອງການຮ່ວມມືດ້ານການທະນາຄານແບບຍືນຍົງ, ເຫັນດີເພີ່ມທະວີການຮ່ວມມືພາຍໃຕ້ຂອບສອງຝ່າຍ ແລະຫຼາຍຝ່າຍ, ເຊັ່ນ: ອົງການສະຫະປະຊາຊາດ, ກຸ່ມG20, APEC ແລະອື່ນໆ. ສອງຝ່າຍຍັງເຫັນດີຈະສືບຕໍ່ສະໜັບສະໜູນການພັດທະນາຕາມທິດສີຂຽວ ແລະການຫັນປ່ຽນຮູບແບບການພັດທະນາຂອງຕະຫຼາດຈະເລີນໃໝ່ ແລະປະເທດ ພວມພັດທະນາ.

    ຈີນສະແດງຄວາມສົນໃຈຕໍ່ນະໂຍບາຍດ້ານເສດຖະກິດການຄ້າ ແລະເຕັກນິກ ຂອງອາເມຣິກາທີ່ມີຕໍ່ຈີນ, ຫວັງວ່າອາເມຣິກາຈະໃຫ້ຄວາມສຳຄັນຕໍ່ຜົນກະທົບຂອງສອງຝ່າຍຈາກນະໂຍບາຍດັ່ງກ່າວ.