ຈີນໃຊ້ມາດຕະການ16ຂໍ້ເພື່ອສົ່ງເສີມນັກທຸລະກິດຕ່າງປະເທດລົງທຶນສ້າງຕັ້ງສູນຄົ້ນຄວ້າບຸກເບີກຕື່ມອີກ

2023-01-19 14:56:26 cri

ຫວ່າງມໍ່ໆມານີ້,ຫ້ອງການວຽກງານລັດຖະບານຈີນໄດ້ປະກາດ“ມາດຕະການຫຼາຍຂໍ້ກ່ຽວກັບການສົ່ງເສີມນັກທຸລະກິດຕ່າງປະເທດລົງທຶນສ້າງຕັ້ງສູນຄົ້ນຄວ້າບຸກເບີກຕື່ມອີກ”ຂອງກະຊວງການຄ້າຈີນແລະກະຊວງວິທະຍາສາດເຕັກໂນໂລຊີຈີນ.


ມາດຕະການດັ່ງກ່າວລະບຸວ່າ:ສູນຄົ້ນຄວ້າບຸກເບີກທຶນຕ່າງປະເທດເປັນພາກສ່ວນປະກອບທີ່ສຳຄັນໃນລະບົບປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີຈີນ. ເພື່ອເລັ່ງລັດຈັດຕັ້ງປະຕິບັດ ຍຸດທະສາດພັດທະນາດ້ວຍແມ່ແຮງດ້ານການປະດິດສ້າງ,ເປີດກວ້າງການແລກປ່ຽນແລະຮ່ວມມືດ້ານວິທະຍາສາດເຕັກໂນໂລຊີກັບສາກົນ,ຕ້ອງເພີ່ມການສະໜັບສະໜູນໃຫ້ນັກທຸລະກິດຕ່າງປະເທດທີ່ລົງທຶນສ້າງຕັ້ງສູນຄົ້ນຄວ້າບຸກເບີກຢູ່ຈີນເພື່ອທຳການຄົ້ນຄວ້າບຸກເບີກແລະປະດິດສ້າງ ດ້ານວິທະຍາສາດເຕັກໂນໂລຊີ ແລະເສີມຂະຫຍາຍບົດບາດອັນຕັ້ງໜ້າຂອງສູນດັ່ງກ່າວທີ່ໃຫ້ການບໍລິການແກ່ການສ້າງສະພາບການພັດທະນາໃໝ່ແລະຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ. ມາດຕະການດັ່ງກ່າວໄດ້ສະເໜີນະໂຍບາຍແລະມາດຕະການ4ດ້ານລວມ16ຂໍ້.