ບຸນກຸດຈີນຊຸກຍູ້ໃຫ້ຕະຫຼາດບໍລິໂພກຈີນຟື້ນຟູຢ່າງວ່ອງໄວ

2023-01-19 15:06:39 CRI


    ບຸນປະເພນີບຸນກຸດຈີນໃກ້ຈະໝູນວຽນມາເຖິງ, ການບໍລິໂພກດ້ານການທ່ອງທ່ຽວ, ການພັກການກິນ, ຄົມມະນາຄົມການເດີນທາງ, ການບັນເທີງເປັນຕົ້ນຂອງແຫ່ງຕ່າງໆແລ້ວແຕ່ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນໄລຍະພັກບຸນກຸດຈີນ, ການບໍລິໂພກດ້ານການສະແດງ, ການວາງສະແດງ, ການທ່ອງທ່ຽວ, ກິດຈະກຳວັດທະນະທຳມີຫວັງຈະເພີ່ມຂຶ້ນຢ່າງຈັດເຊນ, ເຊິ່ງຈະເພີ່ມພະລັງແຮງແຫ່ງບຸນກຸດຈີນເຂົ້າໃນການພັດທະນາເສດຖະກິດຈີນປີ2023.