ທ່ານສີຈິ້ນຜິງສົນທະນາຢ່າງສະໜິດສະໜົມກັບພະນັກງານແພດໝໍແລະຄົນເຈັບທີ່ນອນປິ່ນປົວຢູ່ໂຮງໝໍຜ່ານທາງວິດີໂອ

2023-01-19 00:19:15 CRI


    ເນື່ອງໃນໂອກາດທີ່ບຸນກຸດຈີນໃກ້ຈະໝູນວຽນມາເຖິງນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ສົນທະນາຢ່າງສະໜິດສະໜົມກັບພະນັກງານແພດໝໍແລະຄົນເຈັບທີ່ນອນປິ່ນປົວຢູ່ໂຮງໝໍຜ່ານທາງວິດີໂອ.


    ທ່ານສີຈິ້ນຜິງແມ່ນເອົາໃຈໃສ່ຫຼາຍຕໍ່ວຽກງານປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ແລະການປິ່ນປົວຄົນເຈັບ, ເພິ່ນໄດ້ສອບຖາມລາຍລະອຽດກ່ຽວກັບສະພາບການຮັບຄົນເຈັບ, ການປິ່ນປົວຄົນເຈັບໜັກ, ການກະກຽມຢາ ແລະການຟື້ນຟູສຸຂະພາບຂອງຄົນເຈັບ ພາຍຫຼັງການປັບປຸງມາດຕະການປ້ອງກັນແລະຄວບຄຸມພະຍາດ-19.