ການສະແດງໄຟແສງສີພາຍໃຕ້ຫົວຂໍ້“ບຸນກຸດຈີນ”ຂອງວິທະຍຸໂທລະພາບສູນກາງຈີນຈະປາກົດຕົວຢູ່ສິ່ງກໍ່ສ້າງສູງທີ່ສຸດຢູ່ໃນໂລກ

2023-01-20 11:09:16 cri

 


    ເນື່ອງໃນໂອກາດບຸນກຸດຈີນໃກ້ຈະໝູນວຽນມາເຖິງ, ການສະແດງໄຟແສງສີພາຍໃຕ້ຫົວຂໍ້“ບຸນກຸດຈີນ”ທີ່ຜະລິດໂດຍວິທະຍຸໂທລະພາບສູນກາງຈີນຫຼື CMG ຈະປາກົດຕົວຢູ່ຫໍບູຣີ ຄາລີຟາ ເຊິ່ງເປັນສັນຍະລັກຂອງປະເທດສະຫະລັດອາຣັບເອມິເຣດ ແລະສິ່ງກໍ່ສ້າງສູງທີ່ສຸດຢູ່ໃນໂລກ ລະຫວ່າງວັນທີ 20-21 ມັງກອນນີ້, ໂດຍຈະສົ່ງຄວາມອວຍພອນໄຊອັນປະເສີດຂອງຈີນໃຫ້ແກ່ທົ່ວໂລກ.

    ໃນຖານະເປັນບຸນປະເພນີສຳຄັນທີ່ສຸດ, ບຸນກຸດຈີນພວມໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກທົ່ວໂລກຍ້ອນມົນສະເໜ່ອັນພິເສດ. CMGໄດ້ຮ່ວມມືກັບກຸ່ມບໍລິສັດອີມາຂອງນະຄອນດູໄບມາເປັນເວລາ 4 ປີລຽນຕິດ, ເພື່ອຈັດການສະແດງໄຟແສງສີພາຍໃຕ້ຫົວຂໍ້“ບຸນກຸດຈີນ”ຢູ່ຫໍບູຣີ ຄາລີຟາ.