ຮອງຜູ້ວ່າການທະນາຄານໂລກກ່າວວ່າ: ເສດຖະກິດຈີນໃນປີນີ້ຈະເຂັ້ມແຂງກວ່າເກົ່າ

2023-01-20 11:03:51 cri

 


    ໃນເວລາໃຫ້ສຳພາດຕໍ່ນັກຂ່າວຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ຢູ່ນະຄອນດາໂວສປະເທດສວິສ ໃນວັນທີ 18 ມັງກອນນີ້, ທ່ານອາເຊນ ວັນ ໂຕຣດເຊນເບີກ ຮອງຜູ້ວ່າການທະນາຄານໂລກກ່າວວ່າ: ຈີນ ແລະອາເມຣິກາສົນທະນາກັນ ແລະສະແຫວງຫາຊ່ອງທາງການຮ່ວມມືລະຫວ່າງສອງຝ່າຍນັ້ນ ແມ່ນຂ່າວດີຫຼາຍສຳລັບປະເທດພວມພັດທະນາທັງຫຼາຍ, ທ່ານຍັງຕີລາຄາຢ່າງຕັ້ງໜ້າຕໍ່ຈີນປັບປຸງມາດຕະການປ້ອງກັນພະຍາດໂຄວິດ-19ໃຫ້ດີຂຶ້ນ, ໂດຍເຫັນວ່າຈະຊຸກຍູ້ການພັດທະນາຂອງເສດຖະກິດໂລກຢ່າງແຂງແຮງ.

    ທ່ານອາເຊນ ວັນ ໂຕຣດເຊນເບີກກ່າວຕື່ມວ່າ: ສອງກຸ່ມເສດຖະກິດໃຫຍ່ທີ່ສຸດຂອງໂລກໄດ້ສົນທະນາກັນເປັນປະຈຳ, ແມ່ນມີຄວາມສຳຄັນຫຼາຍຕໍ່ບໍລິສັດຂ້າມຊາດ. ຈີນ ແລະອາເມຣິກາໄດ້ສະແຫວງຫາການຮ່ວມມືໃນຂົງເຂດຈຳນວນໜຶ່ງ, ເຊິ່ງເປັນຂ່າວດີສຳລັບປະເທດພວມພັດທະນາ.

    ທ່ານອາເຊນ ວັນ ໂຕຣດເຊນເບີກກ່າວເນັ້ນໜັກວ່າ: ຄຽງຄູ່ກັບຈີນປັບປຸງມາດຕະການປ້ອງກັນພະຍາດໂຄວິດ-19ໃຫ້ດີຂຶ້ນ, ເສດຖະກິດຈີນໃນປີນີ້ຈະເຂັ້ມແຂງກວ່າເກົ່າ. ຈີນຟື້ນຟູການພັດທະນາທີ່ແຂງແຮງກວ່າເກົ່າ, ຈະສົ່ງຜົນສະທ້ອນອັນຕັ້ງໜ້າໃຫ້ແກ່ທົ່ວໂລກ.