ລາຍຮັບສະເລ່ຍຕໍ່ຫົວຄົນຂອງປະຊາຊົນຜູ້ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວບັນລຸເຖິງ 14.342 ຢວນໃນປີ 2022

2023-01-20 11:01:13 cri

 

    ອົງການພັດທະນາຊົນນະບົດໃຫ້ຈະເລີນແຫ່ງຊາດຈີນເປີດເຜີຍໃຫ້ຮູ້ໃນວັນທີ 19 ມັງກອນນີ້ວ່າ, ລາຍຮັບສະເລ່ຍຕໍ່ຫົວຄົນຂອງປະຊາຊົນຜູ້ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວບັນລຸເຖິງ 14.342 ຢວນໃນປີ 2022, ອັດຕາເພີ່ມຂຶ້ນແມ່ນສູງກວ່າລະດັບສະເລ່ຍຂອງຊາວກະສິກອນທົ່ວປະເທດຈີນ.

    ປີ 2022, ຈີນໄດ້ຍຶດໝັ້ນຖືເອົາການເພີ່ມລາຍຮັບຂອງປະຊາຊົນຜູ້ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວນັ້ນເປັນມາດຕະການພື້ນຖານໃນການປັບປຸງ ແລະຜັນຂະຫຍາຍໝາກຜົນການລຶບລ້າງຄວາມທຸກຍາກ, ໂດຍໄດ້ພັດທະນາສອງດ້ານທີ່ສຳຄັນຢ່າງແຂງແຮງ, ຄື: ການສ້າງວຽກເຮັດງານທຳ ແລະພັດທະນາຂະແໜງການ. ສຳລັບການສ້າງວຽກເຮັດງານທຳແລ້ວ,  ໄດ້ຍຶດໝັ້ນການຈັດຕັ້ງ ແລະປຸກລະດົມປະຊາຊົນຜູ້ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວໄປເຮັດວຽກຢູ່ຕ່າງຖິ່ນ ແລະສົ່ງເສີມການປະກອບອາຊີບຢູ່ສະຖານທີ່ໃກ້ບ້ານໄປຄວບຄູ່ກັນ, ສະໜັບະໜູນການພັດທະນາຂອງໂຮງງານທີ່ຊ່ວຍແກ້ໄຂການປະກອບອາຊີບ ແລະຕຳແໜ່ງງານແບບສາທາລະນະປະໂຫຍດ, ປະຊາຊົນຜູ້ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວທີ່ມີວຽກເຮັດງານທຳມີຈຳນວນ 32,78 ລ້ານຄົນ, ເຊິ່ງໄດ້ລື່ນກາຍໜ້າທີ່ເປົ້າໝາຍປະຈຳປີ 2022 ຈຳນວນ 2,59 ລ້ານຄົນ. ສຳລັບການພັດທະນາຂະແໜງການແລ້ວ, ໄດ້ຍົກສູງຄຸນນະພາບ ແລະລະດັບຂອງຂະແໜງການທີ່ມີເອກະລັກພິເສດຂອງເຂດທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ, ການປະກັນໄພສະເພາະຂະແໜງການຕົ້ນຕໍໄດ້ກວມເຖິງ 70%.