ທ່ານສີຈິ້ນຜິງກວດກາວຽກງານກະກຽມຮັບມືກັບສົງຄາມຂອງກອງທັບຈີນກ່ອນວັນບຸນກຸດຈີນ

2023-01-20 10:58:41 cri


ເນື່ອງໃນໂອກາດບຸນກຸດຈີນຈະໝູນວຽນມາເຖິງນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ,ປະທານປະເທດຈີນ,ປະທານຄະນະກຳມະການການທະຫານສູນກາງຈີນໄດ້ກວດກາວຽກງານກະກຽມຮັບມືກັບສົງຄາມຂອງກອງທັບຈີນ ກ່ອນວັນບຸນກຸດຈີນຢູ່ນະຄອນຫຼວງປັກກິ່ງໃນວັນທີ18ມັງກອນນີ້ຜ່ານທາງວິດີໂອ,ທ່ານໄດ້ສະແດງຄວາມຢື້ຢາມຖາມຂ່າວກົມກອງທີ່ກ່ຽວຂ້ອງຢ່າງສະໜິດສະໜົມ, ພ້ອມທັງໄດ້ຕາງໜ້າສູນກາງພັກຄອມມູນິດແລະຄະນະກຳມະການການທະຫານສູນກາງຈີນສະແດງຄວາມຢື້ຢາມຖາມຂ່າວອັນຈິງໃຈແລະອວຍພອນໄຊອັນປະເສີດໃນໂອກາດບຸນປີໃໝ່ຈີນໃຫ້ນາຍແລະພົນທະຫານຂອງກອງທັບປົດປ່ອຍປະຊາຊົນຈີນ,ກອງຕຳຫຼວດປະກອບອາວຸດ,ພະນັກງານພົນລະເຮືອນຂອງກອງທັບ ທະຫານລາດແລະກອງກຳລັງສຳຮອງ.


ຫຼັງຈາກໂອ້ລົມກັບກົມກອງທີ່ກ່ຽວຂ້ອງຜ່ານທາງວິດີໂອແລ້ວ,ທ່ານສີຈິ້ນຜິງໄດ້ໃຫ້ຄວາມຢືນຢັນຢ່າງເຕັມທີ່ຕໍ່ວຽກງານກະກຽມຮັບມືກັບສົງຄາມຂອງກອງທັບ. ທ່ານກ່າວເນັ້ນວ່າ: ບຸນກຸດຈີນໃກ້ຈະໝູນວຽນມາເຖິງ,ທົ່ວກອງທັບຕ້ອງເພີ່ມທະວີວຽກງານເຝົ້າລະວັງເພື່ອຮັບມືກັບສົງຄາມ,ເດັດດ່ຽວປ້ອງກັນຄວາມໝັ້ນຄົງແຫ່ງຊາດແລະສະຖຽນລະພາບທາງສັງຄົມ,ສຳເລັດໜ້າທີ່ສຸກເສີນ, ອັນຕະລາຍ, ລຳບາກແລະໜັກໜ່ວງໃນການກູ້ໄພທີ່ອາດຈະຕ້ອງໄດ້ແບກຫາບ,ຮັບປະກັນໃຫ້ປະຊາຊົນທົ່ວປະເທດຫຼິ້ນວັນບຸນປີໃໝ່ໄດ້ຢ່າງມ່ວນຊື່ນ,ປອງດອງແລະປອດໄພ.