ສູນກາງພັກຄອມມູນິດຈີນ ລັດຖະບານຈີນຈັດງານອວຍພອນບຸນກຸດຈີນ ທ່ານສີຈິ້ນຜິງກ່າວຄຳປາໄສ

2023-01-20 23:33:31 cri


ຕອນເຊົ້າວັນທີ 20 ມັງກອນນີ້, ສູນກາງພັກຄອມມູນິດຈີນ ລັດຖະບານຈີນໄດ້ຈັດງານອວຍພອນບຸນກຸດຈີນຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ,  ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ກ່າວຄຳປາໄສໃນງານດັ່ງກ່າວ.

ທ່ານສີຈິ້ນຜິງກ່າວວ່າ: ໃນປີຜ່ານມາ, ພວກເຮົາໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກຄອມມູນິດຈີນຢ່າງມີໄຊ ໂດຍໄດ້ສ້າງແຜນການອັນຍິ່ງໃຫຍ່ກ່ຽວກັບການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ. ພວກເຮົາໄດ້ຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາແບບໃໝ່ຢ່າງຮອບດ້ານ, ຍຶດໝັ້ນຫຼັກການພື້ນຖານລວມແຫ່ງການສະແຫວງຫາການພັດທະນາຢ່າງໜັກແໜ້ນ, ຈັດຕັ້ງປະຕິບັດຄວາມຮຽກຮ້ອງທີ່ຕ້ອງປ້ອງກັນພະຍາດໂຄວິດ-19 ຢ່າງເດັດຂາດ, ຕ້ອງຮັກສາຄວາມໝັ້ນທ່ຽງດ້ານເສດຖະກິດ ແລະຮັກສາຄວາມໝັ້ນຄົງດ້ານການພັດທະນາຢ່າງຮອບດ້ານ, ໄດ້ເລັ່ງສ້າງສະພາບການພັດທະນາແບບໃໝ່, ສຸມກຳລັງເຂົ້າໃນການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ຊຸກຍູ້ໃຫ້ເສດຖະກິດຮັກສາການເຕີບໂຕ, ມີຜົນຜະລິດທັນຍາຫານຢ່າງອຸດົມສົມບູນ, ການປະກອບອາຊີບແລະລາຄາສິນຄ້າໄດ້ຮັກສາຄວາມໝັ້ນທ່ຽງໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນມີການຮັບປະກັນຢ່າງໜັກແໜ້ນ, ຜົນສຳເລັດໃນການລຶບລ້າງຄວາມທຸກຍາກໄດ້ຮັບການປັບປຸງໃຫ້ໝັ້ນຄົງຢ່າງບໍ່ຢຸດຢັ້ງ, ວຽກງານວິທະຍາສາດເຕັກນິກໄດ້ຮັບຜົນສຳເລັດເລື້ອຍໆ, ສິ່ງແວດລ້ອມນິເວດໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ການຫັນເປັນທັນສະໄໝດ້ານການປ້ອງກັນປະເທດແລະກອງທັບມີຄວາມຄືບໜ້າທີ່ໜັກແໜ້ນ, ໄດ້ຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານແລະລົງສູ່ລວງເລິກ, ສັງຄົມຮັກສາໄດ້ສະຖຽນລະພາບໂດຍລວມ. ພວກເຮົາໄດ້ຍຶດໝັ້ນຖືປະຊາຊົນສຳຄັນກວ່າໝູ່ແລະຊີວິດສຳຄັນກວ່າໝູ່, ອີງຕາມການປ່ຽນແປງຂອງເຊື້ອພະຍາດແລະສະພາບການປ້ອງກັນພະຍາດ, ປັບປຸງມາດຕະການປ້ອງກັນພະຍາດຢ່າງບໍ່ຢຸດຢັ້ງ ໂດຍໄດ້ປົກປ້ອງຄວາມປອດໄພດ້ານຊີວິດແລະສຸຂະພາບດ້ານຮ່າງກາຍຂອງປະຊາຊົນຢ່າງສຸດຄວາມສາມາດ ແລະຫຼຸດຜ່ອນຜົນກະທົບຕໍ່ຊີວິດ,ແລະເສດຖະກິດ-ສັງຄົມໃຫ້ໜ້ອຍເທົ່າທີ່ຈະໜ້ອຍໄດ້. ພວກເຮົາໄດ້ຈັດງານກິລາໂອລິມປິກລະດູໜາວ ແລະ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງຢ່າງສຳເລັດຜົນ. ພວກເຮົາໄດ້ສະຫຼອງຮົງກົງກັບຄືນສູ່ປະເທດຊາດຄົບຮອບ 25 ປີຢ່າງຍິ່ງໃຫຍ່, ຮົງກົງ ແລະ ມາກາວສືບຕໍ່ຮັກສາຄວາມຈະເລີນຮຸ່ງເຮືອງແລະສະຖຽນລະພາບ. ພວກເຮົາໄດ້ດຳເນີນການຕໍ່ສູ້ເພືື່ອຕ້ານການແບ່ງແຍກ ແລະຕ້ານການແຊກແຊງຢ່າງເດັດດ່ຽວ, ກຳແໜ້ນສິດເປັນເຈົ້າການໃນດ້ານການພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ. ພວກເຮົາໄດ້ອອກແຮງຊຸກຍູ້ວຽກງານການຕ່າງປະເທດໃນຖານະປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນ, ຜູກມິດກັບຫຼາຍປະເທດແລະອົງການຈັດຕັ້ງສາກົນ ໂດຍໄດ້ເພີ່ມຄວາມໝັ້ນຄົງໃຫ້ແກ່ສະພາບແວດລ້ອມສາກົນທີ່ມີຄວາມປັ່ນປ່ວນ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຜົນງານດັ່ງກ່າວທີ່ໄດ້ຮັບໃນປີຜ່ານມາມັນບໍ່ແມ່ນເລື່ອງງ່າຍ, ແມ່ນພັກແລະປະຊາຊົນຮ່ວມກັນບຸກບືນສູ້ຊົນຈຶ່ງຍາດເອົາມາໄດ້. ພຶດຕິກຳຕົວຈິງສະແດງໃຫ້ເຫັນວ່າ: ຂໍພຽງແຕ່ພັກແລະປະຊາຊົນຢືນຢູ່ຮ່ວມກັນ, ຄິດຮ່ວມກັນ ແລະ ເຮັດນຳກັນຢ່າງສະເໝີຕົ້ນສະເໝີປາຍ, ເຖິງວ່າທຸກພະຍຸທີ່ພັດຜ່ານກໍບໍ່ສາມາດສ້າງຄວາມຫວັ່ນໄຫວຄອນແຄນແຫ່ງມານະຈິດທີ່ໜັກແໜ້ນຂອງພວກເຮົາໄດ້, ຄວາມຫຍຸ້ງຍາກໃດໆກໍບໍ່ສາມາດຈະສະກັດກັ້ນບາດກ້າວເດີນທີ່ເດັດດ່ຽວໜຽວແໜ້ນຂອງພວກເຮົາໄດ້.

ທ່ານສີຈິ້ນຜິງກ່າວວ່າ: ປີ 2023 ແມ່ນປີທຳອິດທີ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກຢ່າງຮອບດ້ານ, ເປັນປີທີ່ມີຄວາມຫວັງແລະມີສິ່ງທ້າທາຍໄປພ້ອມກັນ. ພວກເຮົາຕ້ອງຍຶດໝັ້ນຖືເອົາການຮັກສາຄວາມໝັ້ນທ່ຽງເປັນສິ່ງສຳຄັນທີ່ສຸດ, ສະແຫວງຫາການພັດທະນາຢ່າງໜັກແໜ້ນ, ປະສານສົມທົບສະພາບການໃຫຍ່ທັງພາຍໃນແລະຕ່າງປະເທດໃຫ້ດີກວ່າເກົ່າ, ປະສານສົມທົບການປ້ອງກັນພະຍາດກັບການພັດທະນາເສດຖະກິດ-ສັງຄົມໃຫ້ດີກວ່າເກົ່າ, ປະສານສົມທົບການພັດທະນາແລະຄວາມໝັ້ນຄົງໃຫ້ດີກວ່າເກົ່າ, ລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກຢ່າງຮອບດ້ານ, ພະຍາຍາມສູ້ຊົນເຮັດໃຫ້ເສດຖະກິດຟື້ນຟູດີຂຶ້ນໂດຍລວມ, ຊຸກຍູ້ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງຕໍ່ເນື່ອງ. ຂໍພຽງແຕ່ພວກເຮົາຍຶດໝັ້ນຄວາມໝັ້ນໃຈ, ສູ້ຊົນຢ່າງໝັ້ນຄົງໜຽວແໜ້ນ, ກໍຈະສາມາດເຮັດໃຫ້ຂະບວນການໃໝ່ມີການເລີ່ມຕົ້ນທີ່ດີງາມ.

ທ່ານສີຈິ້ນຜິງກ່າວຕື່ມອີກວ່າ: ຕາມວັດທະນະທຳດັ້ງເດີມຂອງຈີນ, ກະຕ່າຍໄດ້ຮັບການພັນລະນາເປັນກະຕ່າຍທີ່ມີຄວາມເປັນສິລິມຸງຄຸນ, ເປັນຕົວແທນຂອງຄວາມມີໄຫວພິບແລະສະຫຼາດຄ່ອງແຄ້ວ, ຄວາມບໍລິສຸດ,ໃຈບຸນ ແລະຄວາມສະຫງົບສຸກທີ່ດີງາມ. ກະຕ່າຍທີ່ມີຄວາມເປັນສິລິມຸງຄຸນ ເປັນສັນຍາລັກວ່າ: ຈີນຈະມີຄວາມສະຫງົບສຸກຫຼາຍຂຶ້ນກວ່າເກົ່າ ແລະ ມີຊີວິດຊີວາຫຼາຍກວ່າເກົ່າ. ໃນປີເຖາະເຊິ່ງເປັນປີກະຕ່າຍຕາມຈັນທະຄະຕິຈີນ, ຫວັງວ່າປະຊາຊົນໃນທົ່ວປະເທດ ໂດຍສະເພາະຊາວໜຸ່ມອັນມະຫາສານຈະບຸກບືນສູ້ຊົນ ແລະມີຄວາມຫ້າວຫັນກ້າວໜ້າປານກະຕ່າຍທີ່ເຕັ້ນໄດ້ທັງໄວແລະໄກ, ສະແດງຄວາມສາມາດ ແລະຄວາມເກັ່ງກ້າຂອງຕົນໃນຂະແໜງການຕ່າງໆແລະວົງການຕ່າງໆ.