ໜາວຫຼາຍ: 1 ໃນ 24 ຈຸດແບ່ງລະດູການ

2023-01-20 10:48:07 cri

    ວັນທີ 20 ມັງກອນນີ້ ກົງກັບຈຸດ “ໜາວຫຼາຍ” ເຊິ່ງເປັນຈຸດແບ່ງລະດູການອັນສຸດທ້າຍ ໃນ 24 ຈຸດແບ່ງລະດູການຕາມປະຕິທິນຂອງຈີນ, ກໍແມ່ນໄລຍະທີ່ອາກາດໜາວທີ່ສຸດໃນຕະຫຼອດປີ. ໃນໄລຍະ “ໜາວຫຼາຍ” , ແຫ່ງຕ່າງໆຂອງຈີນລ້ວນແຕ່ເຕັມໄປດ້ວຍບັນຍາກາດບຸນກຸດຈີນທີ່ຟົດຟື້ນ. ເວົ້າສຳລັບກະສິກຳແລ້ວ, ໄລຍະນີ້ແມ່ນໄລຍະພັກວຽກກະສິກຳ, ຫຼັງບຸນກຸດຈີນ, ຊາວກະສິກອນທັງຫຼາຍຈະເລີ່ມກະກຽມການປູກຝັງ ແລະຜະລິດໃນລະດູໃບໄມ້ປົ່ງ.