ນາຍົກໄທເຂົ້າຮ່ວມກິດຈະກຳສະຫຼອງບຸນກຸດຈີນປີກະຕ່າຍ

2023-01-20 11:06:17 cri


ວັນທີ19ມັງກອນນີ້,ແຂວງ ຣາຊະບຸຣີທີ່ມີຊາວຈີນເຕົ້າໂຮມຕັ້ງຖິ່ນຖານຢູ່ພາກກາງຂອງໄທ ໄດ້ຈັດກິດຈະກຳສະຫຼອງບຸນກຸດຈີນ,ທ່ານປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທໄດ້ເຂົ້າຮ່ວມພິທີເປີດງານແລະສະແດງຄວາມຕ້ອນຮັບອັນຈິງໃຈຕໍ່ນັກທ່ອງທ່ຽວຈີນ.


ທ່ານປຣະຢຸດໄດ້ກ່າວຄຳປາໄສໃນພິທີເປີດງານວ່າ: ນັບຕັ້ງແຕ່ໄທແລະຈີນສ້າງສາຍພົວພັນທາງການທູດເປັນຕົ້ນມາ,ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆໄດ້ລົງເລິກຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ,ເຊິ່ງໄດ້ສ້າງຄວາມຜາສຸກໃຫ້ປະຊາຊົນສອງຊາດ. ຈີນໃຊ້ນະໂຍບາຍປ້ອງກັນພະຍາດໂຄວິດ-19ທີ່ດີກວ່າເກົ່າໃນຫວ່າງມໍ່ໆມານີ້,ປະຊາຊົນໄທໄດ້ກຽມພ້ອມເປັນຢ່າງດີ  ໂດຍຄອງຄອຍນັກທ່ອງທ່ຽວຈີນກັບໄປທ່ອງທ່ຽວໄທຢ່າງສຸດອົກສຸດໃຈ.


ກິດຈະກຳສະຫຼອງບຸນກຸດຈີນຢູ່ແຂວງ ຣາຊະບຸຣີຈະດຳເນີນໄປຮອດວັນທີ23ມັງກອນນີ້. ປີນີ້, ຢູ່ໄທມີຫຼາຍໆແຫ່ງ ລວມທັງບາງກອກແລະພູເກັດ ໄດ້ຈັດກິດຈະກຳສະຫຼອງບຸນກຸດຈີນຢ່າງມ່ວນຊື່ນເປັນລຳດັບ.