ທ່ານຊີນກ່າງລົມກັບລັດຖະມົນຕີການຕ່າງປະເທດອິນໂດເນເຊຍໂດຍຜ່ານທາງໂທລະສັບ

2023-01-21 15:43:17 CRI

    ວັນທີ 20 ມັງກອນນີ້, ທ່ານຊີນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ລົມກັບທ່ານນາງເຣັດໂນ ມາຊູດີ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍໂດຍຜ່ານທາງໂທລະສັບ.

 

    ທ່ານຊີນກ່າງກ່າວວ່າ, ອິນໂດເນເຊຍແມ່ນປະເທດສຳຄັນຂອງອາຊຽນ, ກໍ່ແມ່ນຄູ່ຮ່ວມມືອັນສຳຄັນຂອງ “ໜຶ່ງແລ້ວໜຶ່ງເສັ້ນທາງ”. ປັດຈຸບັນ, ການພົວພົນຈີນ-ອິນໂດເນເຊຍພວມຜະເຊີນໜ້າກັບໂອກາດການຂະຫຍາຍຕົວອັນໃໝ່. ຂ້າພະເຈົ້າຍິນດີຮ່ວມກັບທ່ານ, ປະຕິບັດຕາມຄຳຊີ້ນຳທາງຍຸດທະສາດຂອງປະມຸກລັດສອງປະເທດ, ຊຸກຍູ້ປະຊາຄົມຮ່ວມຊາຕາກຳຈີນ-ອິນໂດເນເຊຍໃຫ້ເລິກເຊິ່ງກວ່າເກົ່າ ແລະ ຕິດແທດຕົວຈິງກວ່າເກົ່າ. ຈີນສົ່ງເສີມໃຫ້ວິສາຫະກິດຈີນຄຸນນະພາບດີຫຼາຍກວ່າເກົ່າໄປລົງທຶນຢູ່ອິນໂດເນເຊຍ, ຫວັງວ່າອິນໂດເນເຊຍສະໜອງຄວາມຮັບປະກັນດ້ານຄວາມປອດໄພ ແລະ ຄວາມສະດວກດ້ານນະໂຍບາຍ.


    ທ່ານນາງເຣັດໂນ ມາຊູດີກ່າວວ່າ, ອິນໂດເນເຊຍຍິນດີຕ້ອນຮັບນັກທ່ອງທ່ຽວຂອງຈີນມາທ່ຽວອິນໂດເນເຊຍໂດຍໄວ. ປີນີ້, ອິນໂດເນເຊຍເປັນປະເທດປະທານໝູນວຽນຂອງອາຊຽນ, ຈະສຸມກຳລັງເຂົ້າໃນການຊຸກຍູ້ການພົວພັນລະຫວ່າງອາຊຽນ ກັບ ຈີນໃຫ້ຂະຫຍາຍຕົວຕື່ມອີກ, ຫວັງວ່າຈະສືບຕໍ່ໄດ້ຮັບການສະໜັບສະໜູນຈາກຈີນ.