ອາເມຣິກາແລະປະເທດພັນທະມິດຂອງເຂົາຕົກລົງກຳນົດລາຄາສູງສຸດຂອງນ້ຳມັນສຳເລັດຮູບຈາກຣັດເຊຍ

2023-01-21 13:19:35 CRI

 

ຕາມຂ່າວCRI: ວັນທີ 20 ມັງກອນນີ້, ກະຊວງການເງິນຂອງ ອາເມຣິກາໄດ້ປະກາດແຈ້ງການວ່າ: ເຈົ້າໜ້າທີ່ຂອງອາເມຣິກາແລະປະເທດ ພັນທະມິດຂອງເຂົາໄດ້ຕົກລົງເຫັນດີໃຫ້ກຳນົດລາຄາສູງສຸດຂອງນ້ຳມັນສຳເລັດຮູບຈາກຣັດເຊຍ, ພ້ອມກັນນັ້ນຍັງມີແຜນຈະປະເມີນລະດັບ ສູງສຸດຂອງລາຄາ ນ້ຳມັນດິບໃນເດືອນມີນາປີ 2023 ນີ້.

 

ພາຍຫຼັງທ່ານວາລີ ອາເດເຢໂມ, ຮອງລັດຖະມົນຕີກະຊວງການເງິນອາເມຣິກາແລະຝ່າຍອື່ນທີ່ເຂົ້າຮ່ວມກອງປະຊຸມໄດ້ຈັດກອງປະຊຸມຜ່ານທາງອອກລາຍແລ້ວ, ກະຊວງການເງິນອາເມຣິກາໄດ້ປະກາດແຈ້ງການໃນວັນທີ 20 ມັງກອນ ນີ້ວ່າ: ເຈົ້າໜ້າທີ່ຂອງສະຫະພັນຈຳກັດລາຄາສູງສຸດຂອງ ນ້ຳມັນໄດ້ດຳເນີນການ ປຶກສາຫາລື, ແລ້ວຈຶ່ງບັນລຸສັນຍາດັ່ງກ່າວ.

 

ແຈ້ງການຂຽນວ່າ, ນອກຈາກຄວາມຈຳກັດກ່ຽວກັບລາຄາສູງສຸດ ຂອງນ້ຳມັນດິບແລ້ວ, ຜູ້ແທນຝ່າຍຕ່າງໆໄດ້ເຫັນດີໃຫ້ກຳນົດລາຄາສູງສຸດ 2 ຢ່າງຕໍ່ກັບນ້ຳມັນສຳເລັດຮູບ: ໜຶ່ງແມ່ນແນໃສ່ຜະລິດຕະພັນ ທີ່ມີລາຄາສູງກວ່ານ້ຳມັນດິບ, ເຊັ່ນ: ນ້ຳມັນກາຊວນ; ອີກຢ່າງໜຶ່ງແມ່ນ ແນໃສ່ຜະລິດຕະພັນທີ່ມີລາຄາຕ່ຳກວ່ານ້ຳມັນດິບ, ເຊັ່ນ: ນ້ຳມັນເຊື້ອໄຟ.