ປະທານາທິບໍດີອາກຊັງຕິນ: ຄວາມກົດດັນຈາກບາງປະເທດຈະບໍ່ກະທົບເຖິງການຮ່ວມມືລະຫວ່າງຈີນ-ອາກຊັງຕິນ

2023-01-21 12:18:08 CRI


    ໃນເວລາໃຫ້ສໍາພາດຕໍ່ນັກຂ່າວ ວິທະຍຸໂທລະພາບສູນກາງຈີນ ຫຼື CMG, ທ່ານອັນເບີໂຕ ຟີນານເດັສ ປະທານາທິບໍດີອາກຊັງຕິນກ່າວວ່າ: ເລີ່ມແຕ່ທ່ານໂດໂນ ທຣຳ(ອະດີດປະທານາທິບໍດີອາເມຣິກາ), ອາເມຣິກາກໍເລີ່ມໃສ່ຮ້າຍປ້າຍສີຈີນຢ່າງໜັກໜ່ວງ. ແຕ່ຂ້າພະເຈົ້າບໍ່ເຄີຍຄິດແນວນັ້ນຈັກເທື່ອ. ອາກຊັງຕິນເປັນປະເທດອະທິປະໄຕ, ມີສິດສ້າງການພົວພັນກັບປະເທດທີ່ເປັນມິດ ແລະ ຈະອຳນວຍໂອກາດດີທີ່ສຸດສຳລັບການພັດທະນາຂອງຕົນ. ຖ້າຂ້າພະເຈົ້າເວົ້າວ່າຈີນບໍ່ໄດ້ຊ່ວຍເຫຼືອອາກຊັງຕິນ, ຄັນຊັ້ນຂ້າພະເຈົ້າກໍເປັນຜູ້ບໍ່ຮູ້ບຸນຄຸນເລີຍ.ແຕ່ຂ້າພະເຈົ້າເຊື່ອໝັ້ນວ່າ ອາເມຣິກາຈະສາມາດສ້າງການພົວພັນແບບສົມບູນກັບອາກຊັງຕິນໄດ້, ຄືກັນກັບສາຍພົວພັນແບບສົມບູນລະຫວ່າງອາກຊັງຕິນກັບຈີນ. ຂໍ້ຕັດສິນຂັ້ນສຸດທ້າຍຂອງພວກເຮົາແມ່ນຂຶ້ນຢູ່ກັບວ່າອັນໃດມີຜົນດີທີ່ສຸດຕໍ່ກັບອາກຊັງຕິນ. ນີ້ກໍເປັນສາເຫດທີ່ຂ້າພະເຈົ້າໄດ້ຄັດຄ້ານຄວາມກົດດັນແບບນີ້ມາໂດຍຫຼອດມາ. ການປຸກປັ່ນຄວາມຢ້ານກົວດ້ານການເມືອງແມ່ນການກະທຳທີ່ບໍ່ຖືກຕ້ອງ ແລະບໍ່ສົມເຫດສົມຜົນ.ການເຄື່ອນໄຫວຂອງຈີນຢູ່ພາກພື້ນອາເມຣິກາລາຕິນໄດ້ເຄົາລົບຄວາມມຸ່ງມາດປາຖະໜາຂອງພວກເຮົາ, ແລະ ນະໂຍບາຍຂອງພວກເຮົາ, ຈີນມີທ່າທີເຄົາລົບນັບຖືທີ່ສຸດຕໍ່ປະເທດຂອງພວກເຮົາມາໂດຍຕະຫຼອດ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ກັບເລື່ອງນີ້.