ອັດຕາເງິນເຟີ້ປີ 2022 ຂອງລີບັງບັນລຸ 171,21%

2023-01-21 13:18:26 CRI

\

 

ຕາມຂ່າວCRI: ວັນທີ 20 ມັງກອນນີ້, ຕາມຕົວເລກທີ່ເປີດເຜີຍ ໂດຍກົມສະຖິຕິສູນກາງລີບັງສະແດງໃຫ້ເຫັນວ່າ, ໃນປີ 2022 ອັດຕາເງິນ ເຟີ້ຂອງລີບັງແມ່ນ 171,21%.

 

ຍ້ອນມີປັດໄຈດ້ານການເມືອງ, ເສດຖະກິດ, ສະພາບພະຍາດໂຄວິດ-19 , ເຫດການລະເບີດຮຸນແຮງທີ່ເກີດຂຶ້ນຢູ່ທ່າກຳປັ່ນເບຣຸດແລະປັດໄຈອື່ນເຕົ້າໂຮມກັນ, ລີບັງກຳລັງປະເຊີນໜ້າກັບວິກິດການດ້ານເສດຖະກິດຢ່າງໜັກໜ່ວງທີ່ສຸດໃນຮອບ 30 ປີຜ່ານມາພາຍຫຼັງໄດ້ສິ້ນສຸດເສິກກາງເມືອງແລ້ວ. ເງິນປອນ ລີບັງຕົກລາຄາຢ່າງຕໍ່ເນື່ອງ, ມີອັດຕາການຫວ່າງງານສູງແລະຫຼຸດລົງຍາກ, ພ້ອມທັງຂາດເຂີນສະບຽງ ອາຫານ, ພະລັງງານເຊື້ອໄຟ, ຢາປິ່ນປົວ ແລະວັດຖຸທີ່ສຳຄັນອື່ນໆຢ່າງໜັກໜ່ວງ.

 

ອີງຕາມການຄາດຄະເນຂອງອົງການວິເຄາະຕະຫຼາດ, ອັດຕາເງິນເຟີ້ໃນປີ 2022 ຂອງລີບັງຈະສູງເປັນອັນດັບ 2 ໃນໂລກ, ຖັດຈາກຊູດັງເທົ່ານັ້ນ.