ຕາມຂ່າວCRI: ວັນທີ 20 ມັງກອນນີ້, ທ່ານຫວ່າງເວີນປີ່ນ, ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຂ່າວ. ມີນັກຂ່າວຖາມວ່າ: ຫວ່າງມໍ່ໆນີ້, ຈີນໄດ້ຟື້ນຟູການເດີນທາງໄປ ທ່ຽວຢູ່ຕ່າງປະເທດຈຳນວນໜຶ່ງ ຂອງພົນລະເມືອງຈີນ, ທ່ານແນະນຳ ສະພາບທີ່ກ່ຽວຂ້ອງໃຫ້ຮູ້ຕື່ມໄດ້ບໍ່?
ທ່ານຫວ່າງເວີນປີ່ນກ່າວວ່າ, ພາຍຫຼັງລັດຖະບານຈີນໄດ້ອອກແຜນການ ລວມກ່ຽວກັບການຕິດເຊື້ອພະຍາດໂຄວິດ-19 ສະບັບໃໝ່ແລະ ມາດຕະການຊົ່ວຄາວກ່ຽວກັບການໄປມາຫາສູ່ກັນສຳລັບຄົນຈີນແລະຄົນຕ່າງປະເທດແລ້ວ, ສະພາບພະຍາດໂດຍລວມພາຍໃນປະເທດໄດ້ຫຼຸດລົງຢູ່ໃນລະດັບການ ແຜ່ລະບາດຕ່ຳ, ຈຳນວນຄົນເຂົ້າອອກເມືອງເພີ່ມຂຶ້ນຢ່າງເປັນກ້າວໆ. ມີຫຼາຍປະເທດໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນແລະສຸດອົກສຸດໃຈຕໍ່ນັກທ່ອງທ່ຽວຈີນ. ຫວ່າງມໍ່ໆນີ້, ຄວາມຍິນດີໃນການອອກໄປທ່ອງທ່ຽວຢູ່ຕ່າງ ປະເທດຂອງຊາວຈີນ ໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ, ເງື່ອນໄຂຂອງການຟື້ນຟູການທ່ອງທ່ຽວໄດ້ສຸກງາມກວ່າເກົ່າ. ໂດຍອີງຕາມມາດຕະການຊົ່ວຄາວຂອງການໄປມາຫາ ສູ່ກັນສຳລັບຄົນຈີນແລະຄົນຕ່າງປະເທດ, ຈີນໄດ້ເລີ່ມທົດລອງປະຕິບັດການຟື້ນຟູການອອກໄປທ່ອງທ່ຽວຢູ່ຕ່າງປະເທດຂອງພົນລະເມືອງຈີນ.