ປະທານາທິບໍດີອາກຊັງຕິນ: ອາກຊັງຕິນສະໜັບສະໜູນປະເທດຈີນດຽວ

2023-01-21 12:49:06 CRI


    ໃນເວລາໃຫ້ສໍາພາດຕໍ່ນັກຂ່າວ ວິທະຍຸໂທລະພາບສູນກາງຈີນ ຫຼື CMG, ທ່ານອັນເບີໂຕ ຟີນານເດັສ ປະທານາທິບໍດີອາກຊັງຕິນກ່າວວ່າ: ພວກເຮົາແມ່ນຊົນຊາດທີ່ຮັກຫອມສັນຕິພາບ, ພວກເຮົາຄັດຄ້ານການແບ່ງແຍກອະທິປະໄຕ ແລະ ຜືນແຜ່ນດິນຂອງອາກຊັງຕິນມາໂດຍຕະຫຼອດ, ພວກເຮົາໄດ້ຮຽກຮ້ອງໃຫ້ອັງກິດຍຸດຕິການຍຶດຄອງໝູ່ເກາະມານວິນາສຕະຫຼອດມາ. ພວກເຮົາເປັນຫ່ວງທີ່ສຸດວ່າ ໝູ່ເກາະມານວິນາສອາດຈະຖືກນຳໃຊ້ເຂົ້າໃນທາງການທະຫານຢູ່ມະຫາສະໝຸດອັດລັງຕິກໃຕ້. ພວກເຮົາຫວັງຢ່າງຍິ່ງວ່າ ອາກຊັງຕິນມີອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ. ນີ້ກໍແມ່ນສາເຫດທີ່ວ່າເປັນຫຍັງພວກເຮົາຈຶ່ງຢືນຢູ່ກັບຝ່າຍຈີນ ແລະ ສະໜັບສະໜູນປະເທດຈີນດຽວມາໂດຍຕະຫຼອດ.