ປະທານາທິບໍດີອາກຊັງຕິນ: ຂໍ້ລິເລີ່ມຂອງທ່ານປະທານສີຈິ້ນຜິງມີຈຸດປະສົງເພື່ອສົ່ງເສີມລັດທິຫຼາຍຝ່າຍ ຂ້າພະເຈົ້າເຫັນດີນຳຢ່າງເຕັມສ່ວນ

2023-01-21 12:09:07 CRI


    ໃນເວລາໃຫ້ສໍາພາດຕໍ່ນັກຂ່າວ ວິທະຍຸໂທລະພາບສູນກາງຈີນ ຫຼື CMG, ທ່ານອັນເບີໂຕ ຟີນານເດັສ ປະທານາທິບໍດີອາກຊັງຕິນກ່າວວ່າ: ຂ້າພະເຈົ້າເຫັນດີນຳຂໍ້ລິເລີ່ມຂອງທ່ານປະທານສີຈິ້ນຜິງຢ່າງເຕັມສ່ວນ. ຂ້າພະເຈົ້າເຫັນວ່າ, ທັດສະນະທີ່ມີຄຸນຄ່າທີ່ສຸດຂອງຈີນກໍຄືການເຄົາລົບລັດທິຫຼາຍຝ່າຍ, ພວກເຮົາຮ່ວມກັນສະໜັບສະໜູນລັດທິຫຼາຍຝ່າຍ. ຂ້າພະເຈົ້າເຫັນວ່າ ອາເມຣິກາໃຕ້ຕ້ອງສົນທະນາກັບໂລກໃນຖານະເປັນພາກພື້ນໜຶ່ງ. ພວກເຮົາແມ່ນພາກພື້ນໜຶ່ງທີ່ມີທ່າແຮງ, ເພາະມີປະເທດຜະລິດສະບຽງອາຫານ ແລະ ປະເທດຜະລິດພະລັງງານ. ສິ່ງນີ້ໄດ້ເຮັດໃຫ້ພວກເຮົາມີທ່າແຮງໃນການເປິກສາຫາລືວຽກງານຂອງໂລກ.ເວລາໃດ, ຂ້າພະເຈົ້າກໍຄັດຄ້ານການເປັນປໍລະປັກກັນລະຫວ່າງສອງຂົ້ວ ຄືກັນກັບໃນໄລຍະສົງຄາມເຢັນ. ຂ້າພະເຈົ້າແມ່ນຄັດຄ້ານລັດທິເຈົ້າອຳນາດ, ບໍ່ຢາກເຫັນຢູ່ໃນໂລກມີປະເທດເຈົ້າອຳນາດ. ຂໍ້ລິເລີ່ມຂອງທ່ານປະທານສີຈິ້ນຜິງມີຈຸດປະສົງເພື່ອສົ່ງເສີມລັດທິຫຼາຍຝ່າຍ, ເຄົາລົບອະທິປະໄຕ ແລະ ສີສັນພິເສດຂອງທຸກປະເທດ, ຂ້າພະເຈົ້າໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ເລື່ອງນີ້. ການແພ່ລະບາດຂອງພະຍາດໂຄວິດ-19ໄດ້ເປີດເຜີຍໃຫ້ເຫັນບັນຫາທີ່ເສດຖະກິດໂລກພັດທະນາແບບບໍ່ດຸນດ່ຽງກັນ. ໃນເວລາທີ່ວັກຊິນຫາກໍຜະລິດອອກມາ, 90%ຂອງວັກຊີນທັງໝົດຢູ່ໃນໂລກໄດ້ສັກໃຫ້ແກ່ປະຊາກອນພຽງແຕ່ 10%ເທົ່ານັ້ນ, ສະແດງໃຫ້ເຫັນເຖິງຄວາມບໍ່ຍຸຕິທຳຂອງລະບົບໂລກໃນປັດຈຸບັນ. ປະເທດຈີນມີການເຄື່ອນໄຫວອັນຍິ່ງໃຫຍ່ຕໍ່ກັບບັນດາປະເທດອາເມຣິກາລາຕິນເປັນຕົ້ນ. ຈີນ ແລະ ຣັດເຊຍໄດ້ຊ່ວຍເຫຼືອວັກຊິນໃຫ້ແກ່ພວກເຮົາ. ຂ້າພະເຈົ້າເຊື່ອວ່າຢູ່ໃນໂລກນີ້, ຄົນທັງຫຼາຍຄວນເຄົາລົບກັນ,ທຸກຄົນຈະໄດ້ຮັບເຄື່ອງໃຊ້ອັນຈຳເປັນ, ຕົວຢ່າງຄື ໄດ້ຮັບວັກຊິນໃນໄລຍະການແພ່ລະບາດຂອງພະຍາດໂຄວິດ19. ຂ້າພະເຈົ້າເຫັນວ່າ, ລະບົບເສດຖະກິດໂລກຕ້ອງໃຫ້ມີການປ່ຽນແປງ, ເພາະໄດ້ເປີດເຜີຍໃຫ້ເຫັນເຖິງຄວາມບໍ່ຍຸຕິທຳ, ຊັບສິນລວມສູນຢູ່ນຳຄົນສ່ວນໜ້ອຍທີ່ສຸດ, ແຕ່ຄວາມທຸກທໍລະມານຊ້ຳພັດຕົກຢູ່ນຳຄົນນັບເປັນລ້ານ, ເຊິ່ງສະແດງໃຫ້ເຫັນເຖິງຄວາມບໍ່ຍຸຕິທຳຂອງລະບົບນີ້.