ກະຊວງການຕ່າງປະເທດຈີນ: “ສີຂຽວຈີນ” ສ້າງສີສັນໃຫ້ແກ່ການພັດທະນາແບບຍືນຍົງຂອງໂລກ

2023-01-21 15:43:29 cri

 

ວັນທີ 20 ມັງກອນນີ້, ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຫວ່າງບໍ່ດົນມານີ້, ຈີນໄດ້ພິມປຶ້ມປົກຂາວ “ການພັດທະນາແບບສີຂຽວຂອງຈີນໃນຍຸກໃໝ່”, ໃນນັ້ນໄດ້ເວົ້າເຖິງການປົກປັກຮັກສາສິ່ງແວດລ້ອມລະບົບນິເວດ ແລະຊຸກຍູ້ການພັດທະນາແບບຍືນຍົງແມ່ນຄວາມຮັບຜິດຊອບຮ່ວມຂອງບັນດາປະເທດ. ຂໍຖາມແດ່ຈີນໄດ້ເສີມຂະຫຍາຍບົດບາດແນວໃດເຂົ້າໃນການປົກປັກຮັກສາໜ່ວຍໂລກສີຂຽວ?

 

ທ່ານຫວ່າງເວີນປິ່ນກ່າວວ່າ: ພາຍໃຕ້ການຊີ້ນຳທີ່ຖືກຕ້ອງຕາມຫຼັກວິທະຍາສາດຂອງຄວາມຄິດດ້ານອາລິຍະທຳຊີວະພາບຂອງທ່ານສີຈິ້ນຜິງ, ຈີນໄດ້ເດັດດ່ຽວເດີນຕາມເສັ້ນທາງພັດທະນາແບບສີຂຽວ, ແມ່ນປະເທດທີ່ເຂົ້າຮ່ວມ, ປະກອບສ່ວນ ແລະນຳໜ້າໃນການສ້າງສາອາລິຍະທຳຊີວະພາບຂອງໂລກຢ່າງສະເໝີຕົ້ນສະເໝີປາຍ.

 

ທ່ານຍັງກ່າວເນັ້ນວ່າ: ຈີນຍິນດີສືບຕໍ່ຮ່ວມກັບປະຊາຄົມໂລກ, ພະຍາຍາມສ້າງຄວາມສີຂຽວໃຫ້ໂລກ, ຊຸກຍູ້ໃຫ້ປະຊາຊົນບັນດາປະເທດຊົມໃຊ້ຜົນປະໂຫຍດຈາກການພັດທະນາແບບສີຂຽວ, ຮ່ວມກັນສ້າງໜ່ວຍໂລກທີ່ສະອາດ ແລະສວຍງາມກວ່າເກົ່າ.