ງານລາຕີສະຫຼອງບຸນກຸດຈີນ ຈະນຳເອົາງານມະໂຫລານວັດທະນະທຳໃຫ້ແກ່ຊາວຈີນ ແລະເຊື້ອສາຍຈີນໃນທົ່ວໂລກ

2023-01-21 20:04:37 CRI


ວັນທີ 21 ມັງກອນ ປີ 2023 ແມ່ນວັນເນົາ ຄືມື້ສົ່ງທ້າຍປີເກົ່າຕາມຈັນທະຄະຕິຈີນ. ເວລາ 20 ໂມງ, ວິທະຍຸໂທລະພາບສູນກາງຈີນ ຫຼື CMGໄດ້ຖ່າຍທອດສົດງານລາຕີສະເຫຼີມສະຫຼອງບຸນກຸດຈີນທີ່ຈັດຂຶ້ນປີລະເທື່ອ, ເຊິ່ງໄດ້ນຳເອົາງານມະໂຫລານດ້ານວັດທະນະທຳໃຫ້ກັບຊາວຈີນ ແລະເຊື້ອສາຍຈີນໃນທົ່ວໂລກ.

 

ງານລາຕີສະຫຼອງບຸນກຸດຈີນ ປີ 2023ໄດ້ເຕົ້າໂຮມເອກະລັກຫຼາກຫຼາຍສີສັນຈາກວັດທະນະທຳອັນເປັນມູນເຊື້ອທີ່ດີເດັ່ນຂອງປະຊາຊາດຈີນ, ຊີວິດຕົວຈິງ ແລະ ອະລິຍະທຳທີ່ຮຸ່ງເຮືອງຂອງປະເທດຕ່າງໆ, ບວກກັບເຕັກນິກສິລະປະທີ່ທັນສະໄໝ, ແລະ ເຕັກນິກໃໝ່ດ້ານແສງ ສີ ສຽງແລະອື່ນໆ, ໄດ້ສ້າງລາຍການຫຼາຍຮູບຫຼາຍແບບທີ່ມີທັງຫົວຄິດປະດິດສ້າງ, ໜ້າຊົມ ແລະ ມີເຕັກໂນໂລຊີທີ່ທັນສະໄໝ, ເຊັ່ນ, ການຟ້ອນການຮ້ອງ, ລະຄອນເວທີ, ງິ້ວ, ອູຊູ, ກາຍະສິນ ແລະອື່ນໆ.

 

ນັບແຕ່ການເລີ່ມຈັດ ງານລາຕີສະຫຼອງບຸນກຸດຈີນ ຄັ້ງທຳອິດເມື່ອປີ 1983 ເປັນຕົ້ນມາ, ໄດ້ຈັດຂຶ້ນມາເປັນເວລາ 40 ປີລຽນຕິດແລ້ວ. ການເບິ່ງຊົມ ງານລາຕີສະຫຼອງບຸນກຸດຈີນ ໃນວັນເນົາ, ຄືກັນກັບການຫໍ່ກ້ຽວ, ແລະຕິດຄະຕິຄູ່, ເຊິ່ງກາຍເປັນປະເພນີອັນສຳຄັນໃນການສະຫຼອງບຸນກຸດຈີນຂອງຊາວຈີນ, ແລະໄດ້ກາຍເປັນງານມະໂຫລານດ້ານວັດທະນະທຳໃນຄືນສົ່ງທ້າຍປີເກົ່າຂອງຊາວຈີນໃນທົ່ວໂລກ. ເນື້ອໃນ ຮູບການສະແດງ ແລະ ວິທະຍາສາດເຕັກນິກໃນລາຍການໄດ້ສະແດງໃຫ້ເຫັນເຖິງລະດັບສູງສຸດຂອງລາຍການສິລະປະສັງລວມທາງໂທລະພາບຂອງຈີນ. ລາຍການດີເດັ່ນໃນ ງານລາຕີສະຫຼອງບຸນກຸດຈີນທຸກປີ, ກາຍເປັນຄວາມຊົງຈຳທີ່ບໍ່ມີວັນລືມສຳລັບປະຊາຊົນຈີນນັບເປັນຕື້ຄົນທີ່ມີຕໍ່ບຸນກຸດຈີນ.

 

ສື່ມວນຊົນ 700 ກວ່າແຫ່ງຈາກ170 ກວ່າປະເທດ ແລະ ເຂດແຄວ້ນໃນໂລກຈະຖ່າຍທອດສົດ ຫຼື ລາຍງານຂ່າວ ກ່ຽວກັບງານລາຕີສະຫຼອງບຸນກຸດຈີນປີນີ້. ຍັງໄດ້ມີການສະແດງໄຟແສງສີພາຍໃຕ້ຫົວຂໍ້ “ບຸນກຸດຈີນ”ຢູ່ສູນການຄ້າໂລກອາເມຣິກາ, ຫໍເບີດຄາລີຟາຢູ່ດູໄບ, ສຳນັກງານໃຫຍ່ທະນາຄານທຸລະກິດເອທີໂອບີຫຼັງໃໝ່ທີ່ເປັນສິ່ງກໍ່ສ້າງສູງສຸດຂອງອາຟຣິກາຕາເວັນອອກ, ສະໜາມຫຼວງເຊໂຣ ເຣຊີເຟຂອງບຣາຊິນ, ແລະ ສິ່ງກໍ່ສ້າງທີ່ເປັນແລນມາກອື່ນໆຂອງໂລກ.