ໂຕໜັງສືຈີນ 8 ຄໍາທີ່ມີຄວາມເປັນສິລິມຸງຄຸນ

2023-01-21 07:28:45 CRI

    ບຸນປີໃໝ່ຕາມຈັນທະຄະຕິຈີນ ຫຼື ບຸນກຸດຈີນ ເປັນບຸນປະເພນີຂອງຈີນໃກ້ຈະໝູນວຽນມາເຖິງແລ້ວ. ໃນວັນບຸນແຫ່ງຄວາມມ່ວນຊື່ນຄຶກຄື້ນນີ້, ຄົນທັງຫຼາຍມັກຈະອວຍໄຊໃຫ້ພອນເຊິ່ງກັນແລະກັນ, ປາຖະໜາໃຫ້ມີໂຊກມີລາບ ແລະ ມີຄວາມລາບລື່ນໃນຕະຫຼອດປີໃໝ່ທີ່ຈະໝູນວຽນມາເຖິງ. ເນື່ອງໃນໂອກາດອັນເປັນສິລິມຸງຄຸນນີ້, CRI-FM93 ຂໍມອບໂຕໜັງສືຈີນ 8 ຄໍາທີ່ມີຄວາມເປັນສິລິມຸງຄຸນແດ່ປະຊາຊົນລາວບັນດາເຜົ່າ, ຂໍອວຍພອນໃຫ້ບັນດາທ່ານຈົ່ງມີຄວາມສຸກກາຍສະບາຍໃຈ, ສົມຫວັງທຸກປະການຕາມໃຈໝາຍ! ສຸກສັນບຸນປີໃໝ່ຈີນ, ຊິ໋ນໜຽນຄວ້າຍເລີ້!



    ຄໍານີ້ມີຄວາມໝາຍວ່າ "ສິລິມຸງຄຸນ" ມັກໃຊ້ໃນຄໍາສັບເຊັ່ນ: 吉祥如意 (ຈີສ໋ຽງຢູຢີ້), ເຊິ່ງໝາຍເຖິງ “ຄວາມມີສິລິມຸງຄຸນ ແລະ ສົມປາຖະໜາ”


 


    ຄໍານີ້ມີຄວາມໝາຍວ່າ "ຄວາມສຸກ" ມັກໃຊ້ໃນຄໍາສັບເຊັ່ນ: 福禄双全 (ຝູລູ້ຊວງສວນ), ເຊິ່ງໝາຍເຖິງ “ມີຄວາມສຸກກັບໂຊກລາບ ແລະ ເງິນຄໍາ”


 


    ຄໍານີ້ມີຄວາມໝາຍວ່າ "ລາບລື່ນ" ມັກໃຊ້ໃນຄໍາສັບເຊັ່ນ: 六六大顺 (ລິິ້ວໆຕ້າຊຸ້ນ), ເຊິ່ງໝາຍເຖິງ “ມີຄວາມລາບລື່ນທຸກປະການ”


 


    ຄໍານີ້ມີຄວາມໝາຍວ່າ "ດີ" ມັກໃຊ້ໃນຄໍາສັບເຊັ່ນ: 好运年年 (ຫ້າວຢູ້ນໜຽນໆ), ເຊິ່ງໝາຍເຖິງ “ມີຄວາມໂຊກດີຕະຫຼອດປີ”


 


    ຄໍານີ້ມີຄວາມໝາຍວ່າ "ສິ່ງຂອງທີ່ມີຄ່າ" ມັກໃຊ້ໃນຄໍາສັບເຊັ່ນ: 招财进宝 (ຈ່າວສາຍຈິ້ນປາວ), ເຊິ່ງໝາຍເຖິງ “ມີຊັບສົມບັດໄຫຼມາເທມາ”


 


    ຄໍານີ້ມີຄວາມໝາຍວ່າ "ຈະເລີນ" ມັກໃຊ້ໃນຄໍາສັບເຊັ່ນ: 生意兴隆 (ເຊີງຢີ້ຊີງຫຼົ໋ງ), ເຊິ່ງໝາຍເຖິງ “ມີທຸລະກິດຈະເລີນຮຸ່ງເຮືອງ”


 


    ຄໍານີ້ມີຄວາມໝາຍວ່າ "ລໍ້າລວຍ" ມັກໃຊ້ໃນຄໍາສັບເຊັ່ນ: 富贵吉祥 (ຟູ້ກຸ້ຍຈີສຽ໋ງ), ເຊິ່ງໝາຍເຖິງ “ອຸດົມໄປດ້ວຍເງິນຄໍາ”


 


    ຄໍານີ້ມີຄວາມໝາຍວ່າ "ສູງ" ມັກໃຊ້ໃນຄໍາສັບເຊັ່ນ: 步步高升 (ປູ້ໆກ່າວເຊີງ), ເຊິ່ງໝາຍເຖິງ “ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ”