ວົງການຕ່າງໆສາກົນສົ່ງຄວາມອວຍພອນບຸນກຸດຈີນໃຫ້ແກ່ປະຊາຊົນຈີນ

2023-01-21 15:44:56 cri

ເນື່ອງໃນໂອກາດບຸນກຸດຈີນປີເຖາະໃກ້ຈະໝູນວຽນມາເຖິງນີ້, ໃນຫຼາຍມື້ທີ່ຜ່ານມາ, ຜູ້ນຳຫຼາຍປະເທດ ແລະຜູ້ຕາງໜ້າອົງການຈັດຕັ້ງສາກົນຫຼາຍທ່ານໄດ້ສົ່ງຄວາມອວຍພອນບຸນກຸດຈີນໃຫ້ແກ່ປະຊາຊົນຈີນ.

 

ທ່ານອະນຸທິນ ຊານວີຣະກູນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງສາທາລະນະສຸກໄທກ່າວວ່າ: ລັດຖະບານ ແລະປະຊາຊົນໄທຂໍອວຍພອນໃຫ້ເພື່ອນມິດຈີນຈົ່ງມີຄວາມສຸກໃນບຸນກຸດຈີນ ແລະໂຊກດີຕະຫຼອດປີເຖາະ. ພວກເຮົາຍິນດີຕ້ອນຮັບເພື່ອນມິດຈີນມາທ່ອງທ່ຽວຢູ່ໄທ.

 

ທ່ານພິພັດ ຣັດຊະກິດປະການ ລັດຖະມົນຕີກະຊວງການທ່ອງທ່ຽວ ແລະກິລາໄທກ່າວວ່າ: ເນື່ອງໃນໂອກາດບຸນກຸດຈີນປີນີ້, ກົມການທ່ອງທ່ຽວແຫ່ງຊາດໄທຈະຈັດກິດຈະກຳສະເຫຼີມສະຫຼອງຢູ່ນະຄອນຫຼວງບາງກອກ, ແຂວງສຸພັນ, ແຂວງພູເກັດ ແລະແຂວງສົງຄຣາ, ເພື່ອໃຫ້ນັກທ່ອງທ່ຽວຈີນ ແລະຊາວຈີນທີ່ອາໄສຢູ່ໄທສາມາດສະເຫຼີມສະຫຼອງບຸນກຸດຈີນຮ່ວມກັນ.

 

ວັນທີ 20 ມັງກອນນີ້, ສວນສາທາລະນະຖະໜົມສີຂຽວບໍລິເວນຂົວໃຫຍ່ບິນນົນໂດ ອິນທຣະມູໂຣສທີ່ຈີນຊ່ວຍເຫຼືອສ້າງຂຶ້ນໄດ້ເປີດການບໍລິການຢູ່ນະຄອນຫຼວງມະນີລາຂອງຟີລິບປິນ. ທ່ານມັນນຸເອວ ໂບໂນອັນ ລັດຖະມົນຕີກະຊວງໂຄງການສາທາລະນະ ແລະທາງຫຼວງຟີລິບປິນໄດ້ເຂົ້າຮ່ວມພິທີເປີດການບໍລິການດັ່ງກ່າວ ແລະໃຫ້ສຳພາດຕໍ່ນັກຂ່າວໂດຍສະແດງຄວາມຂອບອົກຂອບໃຈຕໍ່ຈີນທີ່ໄດ້ໃຫ້ການຊ່ວຍເຫຼືອ, ພ້ອມກັນນັ້ນທ່ານຍັງໄດ້ສະແດງຄວາມອວຍພອນບຸນກຸດຈີນໃຫ້ແກ່ປະຊາຊົນຈີນ.