ງານລາຕີສະຫຼອງບຸນກຸດຈີນປີ 2023 ຂອງ CMG ສະແດງໃຫ້ເຫັນສະພາບການສູ້ຊົນໃນຂະບວນການເດີນທາງຄັ້ງໃຫມ່ຂອງຈີນຢ່າງຮອບດ້ານ

2023-01-22 14:41:50 CRI


    ເວລາ 20 ໂມງຂອງວັນທີ 21 ມັງກອນນີ້, ງານລາຕີສະຫຼອງບຸນກຸດຈີນປີ 2023 ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດຂຶ້ນຕາມເວລາກຳນົດ ໂດຍສົ່ງຄວາມອວຍພອນທີ່ດີງາມແລະຄວາມເປັນສິລິມຸງຄຸນໃນປີເຖາະໃຫ້ແກ່ຊາວຈີນທົ່ວໂລກ.



     ງານລາຕີຄັ້ງນີ້ມີຫົວຂໍ້ວ່າ ‍‍‍‍“ຈີນຍຸກໃຫມ່ທີ່ຈະເລີນຮຸ່ງເຮືອງ, ຊີວິດການເປັນຢູ່ທີ່ນັບມື້ນັບດີຂຶ້ນ”, ສະແດງໃຫ້ເຫັນບັນຍາກາດໃຫມ່ຂອງຍຸກສະໄຫມທີ່ມີຄວາມມ່ວນຊື່ນ, ຄວາມຫມັ້ນໃຈ ແລະ ຄວາມພະຍາຍາມສູ້ຊົນ.



    ອີງຕາມສະຖິຕິໃນຂັ້ນເບື້ອງຕົ້ນ, ນັບມາຮອດ 24 ໂມງຂອງວັນທີ 21 ມັງກອນນີ້, ອັດຕາຮັບຊົມການຖ່າຍທອດສົດງານລາຕີສະຫຼອງບຸນກຸດຈີນປີ 2023 ຂອງ CMG ຜ່ານທາງໂທລະພາບຕາມສະເລ່ຍບັນລຸເຖິງ 20,23%. ສ່ວນຈຳນວນຜູ້ຊົມການຖ່າຍທອດສົດດ້ວຍສື່ໃຫມ່ມີເຖິງ 655 ລ້ານຄົນ, ເພີ່ມຂຶ້ນ 47,7% ເມື່ອທຽບໃສ່ການຖ່າຍທອດສົດໃນປີກາຍນີ້.


 

    CMG ໄດ້ຖ່າຍທອດ ຫຼື ລາຍງານຂ່າວກ່ຽວກັບງານລາຕີສະຫຼອງບຸນກຸດຈີນຕໍ່ປະຊາຊົນທົ່ວໂລກດ້ວຍ 68ພາສາ, ສື່ມວນຊົນພັນກວ່າແຫ່ງທີ່ມາຈາກ 170 ກວ່າປະເທດ ເຊັ່ນ: ອາເມຣິກາ, ການາຕາ, ຝຣັ່ງ, ອີຕາລີ, ຣັດເຊຍ, ຍີ່ປຸ່ນ, ບຣາຊິນ, ອົສຕຣາລີ, ອິນເດຍ,ສະຫະລັດອາລັບເອມີເລດ, ສິງກະໂປ, ອາຟຣິກາໃຕ້ ແລະ ປະເທດອື່ນໆໄດ້ຖ່າຍທອດສົດ ແລະ ລາຍງານຂ່າວກ່ຽວກັບງານລາຕີສະຫຼອງບຸນກຸດຈີນປີນີ້.