ອົງການການບິນອະວະກາດແຫ່ງຊາດຈີນເປີດເຜີຍຮູບສຳຫຼວດຫຼ້າສຸດຂອງເຄື່ອງສຳຫຼວດດວງຈັນອີ້ທູ້ 2

2023-01-22 15:38:38 CRI


ເນື່ອງໃນບຸນກຸດຈີນປີເຖາະໝູນວຽນມາເຖິງນີ້, ວັນທີ 21 ມັງກອນນີ້, ອົງການການບິນອະວະກາດແຫ່ງຊາດຈີນໄດ້ ເປີດເຜີຍຮູບສຳຫຼວດຫຼ້າສຸດຂອງເຄື່ອງສຳຫຼວດດວງຈັນອີ້ທູ້ 2, ແລະສົ່ງຄວາມອວຍພອນບຸນກຸດຈີນໃຫ້ແກ່ພີ່ນ້ອງຮ່ວມຊາດຈີນ.



ຄຽງຄູ່ກັບຄວາມເບີກບານມ່ວນຊື່ນແຫ່ງການສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ເມື່ອແສງຕາເວັນແສງທຳອິດສ່ອງແສງໃສ່ເບື້ອງຫຼັງຂອງດວງຈັນ, ເຄື່ອງສຳຫຼວດດວງຈັນອີ້ທູ້ 2 ແລະເຄື່ອງລົງຈອດໜ້າດິນຊາງເອີ 4ຕ່າງໄດ້ປຸກເອງໃນວັນທີ 15 ແລະວັນທີ 16 ມັງກອນນີ້, ໂດຍເຂົ້າສູ່ໄລຍະເຮັດວຽກຍາມກາງເວັນຂອງດວງຈັນຄັ້ງທີ 51.


ປັດຈຸບັນນີ້, ເຄື່ອງສຳຫຼວດດວງຈັນອີ້ທູ້ 2 ໄດ້ເຮັດວຽກຫຼາຍກວ່າ 4 ປີແລ້ວ, ມາຮອດປັດຈຸບັນໄດ້ເດີນທາງເກືອບ 1500 ແມັດແລ້ວ, ໂດຍໄດ້ເປີດເຜີຍຂໍ້ມູນວິທະຍາສາດລະດັບຕ່າງໆຕໍ່ພາຍນອກຫຼາຍກວ່າ 940,1GB.