ຂົວເຮີມິເທດຢູ່ເມືອງເຊນ ປີເຕີສບວກຣັດເຊຍໄດ້ເປີດໄຟ “ສີແດງຈີນ” ເພື່ອຕ້ອນຮັບປີໃໝ່ປີເຖາະ

2023-01-22 15:48:12 cri

 

ວັນທີ 21 ມັງກອນນີ້, ຂົວເຮີມິເທດທີ່ເປັນສິ່ງກໍ່ສ້າງແລນມາກຢູ່ເທິງແມ່ນ້ຳເນວາຂອງເມືອງເຊນ ປີເຕີສບວກຣັດເຊຍໄດ້ເປີດໄຟ “ສີແດງຈີນ” ເພື່ອສະແດງຄວາມອວຍພອນໃຫ້ແກ່ບຸນກຸດຈີນປີເຖາະ.

 

ຂົວເຮີມິເທດແມ່ນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງເມືອງເຊນ ປີເຕີສບວກ. ໃນຕອນຄ່ຳຂອງວັນທີ 21 ມັງກອນນີ້, ໄຟສີຢູ່ເທິງຂົວເຮີມິເທດໄດ້ເປີດພ້ອມກັນ, ຂົວສີແດງໄດ້ສ້າງບັນຍາກາດມ່ວນຊື່ນໃນວັນບຸນໃຫ້ແກ່ເມືອງພາກເໜືອຣັດເຊຍໃນລະດູໜາວ, ປະຊາຊົນຈຳນວນຫຼວງຫຼາຍອອກມາຖ່າຍຮູບກັບຂົວທີ່ເປີດໄຟສີແດງນີ້. ອີງຕາມຂ່າວສານຈາກອົງການປົກຄອງທ້ອງຖິ່ນ, ກິດຈະກຳຄັ້ງນີ້ເລີ່ມຕົ້ນແຕ່ປີໃໝ່ຕາມຈັນທະຄະຕິຈີນ ແລະຈະດຳເນີນເປັນເວລາ 2 ອາທິດ, ຈົນຮອດບຸນເຂົ້າໜົມບົວລອຍຈີນ ຄືມື້ເພັງ 15 ຄ່ຳເດືອນຈຽງ ຈຶ່ງຈະສິ້ນສຸດລົງ.