ລາຍຮັບຂອງປະຊາກອນທີ່ພົ້ນອອກຈາກຄວາມທຸກຍາກຂອງຈີນໃນປີ 2022 ເພີ່ມຂຶ້ນຢ່າງວ່ອງໄວ

2023-01-22 16:05:43 CRI

 

ຕາມຂ່າວCRI: ຫວ່າງກ່ອນນີ້ບໍ່ດົນ, ນັກຂ່າວໄດ້ຮັບຂ່າວຈາກ ກົມການສ້າງຊົນນະບົດໃຫ້ຈະເລີນແຫ່ງຊາດຈີນວ່າ, ໃນປີ 2022, ລາຍຮັບ ສະເລ່ຍຕໍ່ຫົວຄົນຂອງປະຊາກອນທີ່ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ບັນລຸ 14342 ຢວນ,ເພີ່ມຂຶ້ນ14,3% ເມື່ອທຽບໃສ່ປີ 2021, ລາຍຮັບ ຢູ່ເຂດທີ່ພົ້ນອອກຈກຄວາມທຸກຍາກແລະປະຊາກອນທີ່ພົ້ນອອກຈາກຄວາມທຸກຍາກໄດ້ເພີ່ມຂຶ້ນຢ່າງວ່ອງໄວ.

 

ໃນດ້ານການປະກອບອາຊີບ,ຈີນໄດ້ຍຶດໝັ້ນອອກແຮງເຂົ້າໃນການຈັດຕັ້ງບຸກລະດົມປະຊາກອນທີ່ພົ້ນອອກຈາກຄວາມທຸກຍາກອອກໄປເຮັດວຽກແລະຊຸກຍູ້ການປະກອບອາຊີບຢູ່ບໍລິເວນໃກ້ຄຽງຫຼືກັບທີ່, ນຳໃຊ້ມາດຕະການຕ່າງໆ ເພື່ອຮັບມືກັບຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຮັບປະກັນໃຫ້ຂະໜາດການປະກອບອາຊີບ ຂອງປະຊາກອນທີ່ພົ້ນອອກ ຈາກຄວາມທຸກຍາກເພີ່ມຂຶ້ນຢ່າງມີຄວາມໝັ້ນທ່ຽງ.

 

ໃນດ້ານການຜະລິດ, ຈີນໄດ້ປະຕິບັດການເຄື່ອນໄຫວຍົກສູງລະດັບຂອງ ການຜະລິດທີ່ມີສີສັນພິເສດຢູ່ເຂດທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ, ສົ່ງໜ່ວຍງານທີ່ປຶກສາດ້ານການຜະລິດໄປຊ່ວຍພັດທະນາເສດຖະກິດເດີ່ນບ້ານທີ່ມີຄຸນນະພາບສູງ, ປະຕິບັດກິດຈະກຳການຊ່ວຍເຫຼືອດ້ວຍການ ບໍລິໂພກ,ການຈຳໜ່າຍຜະລິດຕະພັນກະສິກຳຂອງເຂດທີ່ພົ້ນອອກຈາກຄວາມທຸກຍາກຈຳນວນໜຶ່ງໄດ້ບັນລຸການເພີ່ມຂຶ້ນໃນດ້ານປະລິມານແລະລາຄາ.