ສະຖານີອະວະກາດຈີນຕ້ອນຮັບບຸນກຸດຈີນຄັ້ງທຳອິດຫຼັງຈາກການສ້າງຕັ້ງຂຶ້ນ

2023-01-22 15:40:54 CRI


ໃນໄລຍະບຸນກຸດຈີນ, ຢູ່ສະຖານີອະວະກາດທີ່ຫ່າງຈາກໜ່ວຍໂລກ 400 ກິໂລແມັດ, ຈຸນັກບິນອະວະກາດເສີນໂຈ່ 15 ໄດ້ຕິດຄະຕິຄູ່ ແລະ ມັດຂອດຈີນເພື່ອສະຫຼອງບຸນກຸດຈີນ, ບ້ານເມືອງທາງອະວະກາດຂອງຊາວຈີນເຕັມໄປດ້ວຍບັນຍາກາດອັນເບີກບານມ່ວນຊື່ນ.


ນີ້ແມ່ນ ບຸນກຸດຈີນຄັ້ງທຳອິດຫຼັງຈາກສະຖານີອະວະກາດຈີນສ້າງຕັ້ງຂຶ້ນຢ່າງຮອບດ້ານ. ວັນທີ 29 ເມສາ ປີ 2021, ຍານແກນກາງ ຫຼື ໂມດູນ ທຽນເຫີໄດ້ຖືກສົ່ງເຂົ້າສູ່ວົງໂຄຈອນ. ຫຼັງຈາກນັ້ນບໍ່ຮອດ 2 ປີ, ຈີນໄດ້ສຳເລັດການປະກອບສ້າງສະຖານີອະວະກາດທີ່ຖືຍານແກນກາງທຽນເຫີ, ຍານທົດລອງເວີ້ນທ່ຽນ ແລະ ຍານທົດລອງເມີ້ງທ່ຽນເປັນໂຄງປະກອບພື້ນຖານ, ໂດຍໄດ້ສ້າງຫ້ອງທົດລອງອະວະກາດລະດັບຊາດຂຶ້ນ.


ຫວ່າງກ່ອນນີ້ບໍ່ດົນ, ພວກນັກບິນອະວະກາດໄດ້ຂຶ້ນສູ່ອະວະກາດດ້ວຍຍານອະວະກາດບັນທຸກຄົນເສີນໂຈ່ 15, ເລີ່ມດຳລົງຊີວິດຢູ່ໃນອະວະກາດເປັນເວລາເຄິ່ງປີ. ຄຽງຄູ່ກັບຈຸນັກບິນອະວະກາດເສີນໂຈ່ 14  ແລະ ເສີນໂຈ່ 15ສຳເລັດການຜັດປ່ຽນກັນຕາມວົງໂຄຈອນ, ໄລຍະທີ່ມີນັກບິນປະຈຳສະຖານີອະວະກາດຈີນເປັນໄລຍະຍາວນັ້ນໄດ້ມາເຖິງແລ້ວ, ໃນອະນາຄົດ ສະຖານີອະວະກາດຈີນຍັງຈະຕ້ອນຮັບບຸນກຸດຈີນທີ່ເບີກບານມ່ວນຊື່ນ ແລະມີຄວາມເປັນສິລິມຸງຄຸນຫຼາຍກວ່າເກົ່າ.