ຕູຣາເຄຍຍົກເລີກແຜນການຢ້ຽມຢາມຂອງລັດຖະມົນຕີກະຊວງປ້ອງກັນປະເທດຊູແອດ

2023-01-22 14:36:03 CRI


     ວັນທີ 21 ມັງກອນນີ້, ທ່ານຮູລູຊີ ອາຄາ ລັດຖະມົນຕີກະຊວງປ້ອງກັນປະເທດຕູຣາເຄຍໄດ້ອອກຖະແຫຼງການສະບັບໜຶ່ງໂດຍປະກາດວ່າ: ຍ້ອນລັດຖະບານຊູແອດໄດ້ອະນຸມັດໃຫ້ບຸກຄົນທາງການເມືອງຝ່າຍຂວາຜູ້ຫນຶ່ງດຳເນີນການເຄື່ອນໄຫວປະທ້ວງຢູ່ບໍລິເວນໃກ້ກັບສະຖານທູດຕູຣາເຄຍປະຈຳຊູແອດໃນມື້ດຽວກັນ, ສະນັ້ນ, ຕູຣາເຄຍຈະຍົກເລີກແຜນການຢ້ຽມຢາມຕູຣາເຄຍຂອງທ່ານປາວ ຈອນຊອນ ລັດຖະມົນຕີກະຊວງປ້ອງກັນປະເທດຊູແອດ.


 

      ໂດຍຕອບສະຫນອງຄຳເຊີນຂອງທ່ານຮູລູຊີ ອາຄາ, ທ່ານປາວ ຈອນຊອນຕາມແຜນຈະໄປຢ້ຽມຢາມຕູຣາເຄຍໃນວັນທີ 27 ມັງກອນນີ້, ຊູແອດຫວັງໃຫ້ຕູຣາເຄຍອະນຸຍາດໃຫ້ຊູແອດເຂົ້າເປັນສະມາຊິກນາໂຕຢ່າງເປັນທາງການ.