ລັດຖະມົນຕີກະຊວງການເງິນອາເມຣິກາກ່າວວ່າ ລັດຖະບານອາເມຣິກາ ຝ່າຝືນສັນຍາໜີ້ສິນອາດຈະເຮັດໃຫ້ເກີດວິກິດການດ້ານການເງິນທົ່ວໂລກ

2023-01-22 16:03:35 CRI

 

ຕາມຂ່າວ CRI: ວັນທີ 20 ມັງກອນນີ້, ທ່ານນາງຈັນເນດ ເຢເລນ, ລັດຖະມົນຕີກະຊວງການເງິນອາເມຣິກາກ່າວເຕືອນວ່າ, ທຸກການກະທຳທີ່ບໍ່ໄຊ້ ໜີ້ລ້ວນແຕ່ເປັນການຝ່າຝືນສັນຍາ, ຖ້າວ່າລັດຖະບານສະຫະລັດອາເມຣິກາ ບໍ່ສາມາດໄຊ້ໜີ້ໄດ້,ຈະເຮັດໃຫ້ເສດຖະກິດອາເມຣິກາຊຸດໂຊມລົງແລະເກີດມີຜົນຮ້າຍຢ້ອນຫຼັງຢ່າງກວ້າງຂວາງ.

 

ທ່ານນາງຍັງກ່າວວ່າ,ການຝ່າຝືນສັນຍາໜີ້ສິນຍັງຈະເຮັດໃຫ້ການປະເມີນລະດັບໜີ້ສິນອະທິປະໄຕອາເມຣິກາຫຼຸດລົງ, ເຮັດໃຫ້ຖານະຂອງໂດລາສະຫະລັດ ທີ່ເປັນເງິນຕາສຳຮອງທົ່ວໂລກອ່ອນລົງ, ແລະອາດຈະພາໃຫ້ເກີດ “ວິກິດການດ້ານການເງິນທົ່ວໂລກຄັ້ງໜຶ່ງ”.

 

ຄວາມເວົ້າດັ່ງກ່າວຂອງທ່ານນາງຈັນເນດ ເຢເລນແມ່ນແນໃສ່ຂໍ້ສະເໜີຂອງ ສະມາຊິກສະພາຕ່ຳທີ່ຂຶ້ນກັບພັກຣີພັບລີກັນຈຳນວນໜຶ່ງກ່ຽວກັບການໄຊ້ໜີ້ຈຳນວນໜຶ່ງເປັນບູລິມະສິດເພື່ອຜ່ອນຄາຍສະພາບການທີ່ທຶນກະຊວງການເງິນໃກ້ຈະໃຊ້ໝົດ. ສະມາຊິກສະພາພວກນີ້ເຫັນວ່າ, ພາຍຫຼັງໄດ້ບັນລຸລະດັບສູງ ສຸດດ້ານໜີ້ສິນໃນວັນທີ 19 ມັງກອນນີ້ແລ້ວ, ກະຊວງການເງິນ ອາເມຣິກາສາມາດພິຈາລະນາໃຫ້ຈ່າຍດອກເບ້ຍຂອງໜີ້ສິນແຫ່ງຊາດອາເມຣິກາເປັນບູລິມະສິດເພື່ອຫຼຸດຄວາມເສຍຫາຍຕໍ່ຕະຫຼາດການທະນາຄານໃຫ້ໜ້ອຍລົງ.