ຜູ້ອຳນວຍການໃຫຍ່ WTO ກ່າວວ່າ: ຈີນແມ່ນແຮງຂັບເຄື່ອນການເຕີບໂຕຂອງເສດຖະກິດໂລກ

2023-01-23 15:22:39 CRI

    ກອງປະຊຸມປະຈຳປີ 2023 ຂອງເວທີປຶກສາຫາລືເສດຖະກິດໂລກທີ່ຈັດຂຶ້ນຢູ່ເມືອງດາວໍສໄດ້ອັດລົງໃນຫວ່າງບໍ່ດົນມານີ້. ຫຼັງຈາກກອງປະຊຸມ, ທ່ານນາງໂອຄອນຈໍ ອີວີລາ ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ ຫຼື WTO ໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ໂດຍກ່າວວ່າ, ກອງປະຊຸມປະຈຳປີຂອງເວທີປຶກສາຫາລືເສດຖະກິດໂລກຄັ້ງນີ້ເຕືອນໃຫ້ປະຊາຄົມໂລກສຳນຶກຮູ້ວ່າ: ໃນອະນາຄົດ, ຄວນດຳເນີນການຮ່ວມມືທີ່ບໍ່ເຄີຍມີມາກ່ອນ, ຈຶ່ງຈະສາມາດແກ້ໄຂບັນຫາຕ່າງໆທີ່ໂລກປັດຈຸບັນພວມຜະເຊີນໜ້າໃນການພັດທະນາຢ່າງແທ້ຈິງໄດ້.


 

    ທ່ານນາງອີວີລາຍັງກ່າວວ່າ, ປັດຈຸບັນ, ທົ່ວໂລກຍັງບໍ່ທັນຟື້ນຕົວຄືນໃໝ່ຢ່າງຮອບດ້ານຈາກຜົນກະທົບຂອງການແຜ່ລະບາດພະຍາດໂຄວິດ-19ເທື່ອ, ແຕ່ສະພາບກຳລັງປ່ຽນໄປສູ່ທາງທີ່ດີ, ເວົ້າສຳລັບທົ່ວໂລກແລ້ວ  ການເປີດປະເທດຄືນໃໝ່ຂອງຈີນແມ່ນປັດໄຈທີ່ຕັ້ງໜ້າອັນໜຶ່ງ.

 

    ທ່ານນາງຍັງກ່າວຕື່ມວ່າ, ຈີນຈະນຳເອົາຄວາມຕ້ອງການດ້ານການບໍລິໂພກພາຍໃນປະເທດມາໃຫ້ແກ່ໂລກ, ຂະແໜງການປຸງແຕ່ງແລະຜະລິດຈະຟື້ນຟູເປັນປົກກະຕິ, ສະນັ້ນ ນີ້ເປັນເລື່ອງດີສຳລັບເສດຖະກິດໂລກ. ເວົ້າລວມແລ້ວ, ທັງນີ້ມີຄວາມຕັ້ງໜ້າ, ຈີນແມ່ນແຮງຂັບເຄື່ອນການເຕີບໂຕຂອງເສດຖະກິດໂລກ, ການເປີດປະເທດຄືນໃໝ່ເປັນເລື່ອງທີ່ດີ.