ຄະນະນັກທ່ອງທ່ຽວຈີນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຢູ່ເອຢິບ

2023-01-23 13:58:08 CRI

 

ຕາມຂ່າວ CRI: ວັນທີ 20 ມັງກອນນີ້, ຄະນະນັກທ່ອງທ່ຽວຈີນທີ່ໄປທ່ຽວເອຢິບຄະນະທຳອິດພາຍຫຼັງຈີນໄດ້ຜ່ອນຜັນມາດຕະການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ແລ້ວ  ໄດ້ເດີນທາງໄປຮອດສະໜາມບິນສາກົນເລີແກ. ກະຊວງການທ່ອງທ່ຽວແລະວັດຖຸບູຮານ ພ້ອມທັງພາກສ່ວນອື່ນໆຂອງເອຢິບໄດ້ຈັດພິທີຕ້ອນຮັບນັກທ່ອງທ່ຽວຈີນ.





ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງການທ່ອງທ່ຽວແລະວັດຖຸບູຮານເອຢິບໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນແລະກ່າວວ່າ, ເອຢິບເອົາໃຈໃສ່ນຳສຸຂະພາບແລະຄວາມປອດໄພຂອງນັກທ່ອງທ່ຽວໃນລະດັບສູງ,ຈະຍົກສູງຄຸນນະພາບດ້ານການບໍລິການຂອງໂຮງແຮມທີ່ຮັບນັກທ່ອງທ່ຽວຈີນຕື່ມອີກ,ແລະຈະສະໜອງຜະລິດຕະພັນການທ່ອງທ່ຽວທີ່ສອດຄ່ອງກັບຄວາມນິຍົມຊົມຊອບຂອງນັກທ່ອງທ່ຽວຈີນ.


ໃນພິທີຕ້ອນຮັບ, ຜູ້ຕາງໜ້າພິເສດຂອງກະຊວງການບິນພົນລະເຮືອນເອຢິບກ່າວວ່າ, ເອຢິບແລະຈີນລ້ວນແຕ່ແມ່ນປະເທດບູຮານທີ່ມີຄວາມສິວິໄລອັນຮຸ່ງເຮືອງ ແລະປະຫວັດສາດອັນຍາວນານ, ເອຢິບຫວັງວ່າ, ຈະມີນັກທ່ອງທ່ຽວຈີນທີ່ເດີນທາງໄປທ່ຽວຢູ່ແຫຼ່ງທ່ອງທ່ຽວຕ່າງໆພາຍໃນດິນແດນເອຢິບຫຼາຍຂຶ້ນກວ່າເກົ່າ.