ໃນໄລຍະຍາມພັກບຸນກຸດຈີນ, ມີນັກທ່ອງທ່ຽວ ແລະຊາວເມືອງຈຳນວນຫຼວງຫຼາຍໄປທ່ຽວຢູ່ສວນສິລະປະໂຄມໄຟນ້ຳກ້ອນເມືອງຮາບີນ ແຂວງເຮີ່ຍລົງຈ່ຽງ ພາກຕາເວັນອອກສຽງເໜືອຂອງຈີນ, ທ່ຽວຊົມຮູບແກະສະຫຼັກນ້ຳກ້ອນ, ສຳຜັດກັບສະເໜ່ຂອງສິລະປະຫິມະແລະນ້ຳກ້ອນ, ພ້ອມທັງພັກຜ່ອນຢ່ອນອາລົມດ້ວຍຄວາມເບີກບານມ່ວນຊື່ນ.