ລົດໄຟໃຕ້ດິນໄວທີ່ສຸດຂອງຕູຣາເຄຍທີ່ສ້າງຂຶ້ນໂດຍຈີນເປີດນຳໃຊ້ຢ່າງເປັນທາງການ

2023-01-23 14:55:56 cri

 

ວັນທີ 22 ມັງກອນນີ້, ລົດໄຟໃຕ້ດິນໄວທີ່ສຸດຂອງຕູຣາເຄຍທີ່ສ້າງຂຶ້ນໂດຍຈີນໄດ້ເປີດນຳໃຊ້ຢ່າງເປັນທາງການ. ນີ້ແມ່ນເສັ້ນທາງລົດໄຟໃຕ້ດິນເສັ້ນໃໝ່ທີ່ເຊື່ອມຕໍ່ສະໜາມບິນສາກົນອິສຕັນບຸນ ກັບໃຈກາງຂອງເມືອງ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ໂຄງການສົ່ງອອກລົດໄຟໃຕ້ດິນບໍ່ມີຄົນຂັບແບບອັດຕະໂນມັດທີ່ມີຄວາມໄວລະດັບ 120 ກິໂລແມັດຕໍ່ຊົ່ວໂມງໂຄງການທຳອິດຂອງຈີນໄດ້ເປີດນຳໃຊ້ໃຫ້ການບໍລິການຢ່າງເປັນທາງການ.

 

ພາຍຫຼັງເສັ້ນທາງລົດໄຟໃຕ້ດິນເສັ້ນນີ້ໄດ້ຮັບການເປີດນຳໃຊ້ແລ້ວ, ຄາດວ່າຈະຂົນສົ່ງຜູ້ໂດຍສານ 8 ແສນຄົນຕໍ່ມື້. ຫວ່າງກ່ອນນີ້ບໍ່ດົນ, ລັດຖະມົນຕີກະຊວງຄົມມະນາຄົມຕູຣາເຄຍກ່າວວ່າ: ໃນໄລຍະ 30 ປີຕໍ່ໜ້ານີ້, ເສັ້ນທາງລົດໄຟໃຕ້ດິນເສັ້ນນີ້ຈະປະຢັດເງິນປະມານ 3 ລ້ານ 1 ໝື່ນໂດລາໃຫ້ຕູຣາເຄຍ, ເທົ່າກັບປະມານ 50 ຕື້ກວ່າກີບ, ແລະຈະຫຼຸດຕົ້ນທຶນດ້ານການຮັກສາທາງຫຼວງ, ຫຼຸດຜ່ອນການມົນລະພິດທາງອາກາດ ແລະປະຢັດເວລາການເດີນທາງຂອງປະຊາຊົນໃຫ້ໜ້ອຍລົງຢ່າງຫຼວງຫຼາຍ.