ເກາະບາຫຼີອິນໂດເນເຊຍຈັດພິທີຕ້ອນຮັບເຮືອບິນນັກທ່ອງທ່ຽວຈີນລຳທຳອິດໃນປີ 2023 ເດີນທາງມາເຖິງ

2023-01-23 14:57:42 cri

ໃນຕອນເຊົ້າວັນທີ 22 ມັງກອນນີ້, ກະຊວງການທ່ອງທ່ຽວອິນໂດເນເຊຍ ແລະອົງການປົກຄອງແຂວງເກາະບາຫຼີໄດ້ຈັດພິທີຕ້ອນຮັບເຮືອບິນນັກທ່ອງທ່ຽວຈີນລຳທຳອິດໃນປີ 2023 ເດີນທາງມາຮອດເກາະບາຫຼີ.

 

ໃນພິທີຕ້ອນຮັບນັກທ່ອງທ່ຽວຈີນທີ່ຈັດຂຶ້ນຢູ່ສະໜາມບິນເກາະບາຫຼີ, ຝ່າຍອິນໂດເນເຊຍໄດ້ຈັດການສະແດງຮ້ອງເພງ ແລະເຕັ້ນລຳພື້ນເມືອງ, ພ້ອມທັງໄດ້ສະແດງການເຊີດສິງໂຕທີ່ມີສີສັນບຸນກຸດຈີນ. ພະນັກງານສະໜາມບິນຍັງໄດ້ມອບພວງດອກໄມ້ ແລະຂອງຂວັນລະນຶກ ໃຫ້ແກ່ນັກທ່ອງທ່ຽວຈີນແຕ່ລະຄົນເພື່ອສະແດງຄວາມຍິນດີຕ້ອນຮັບ.

 

ໃນມື້ດຽວກັນ, ທ່ານວາຢັນ ໂຄສເຕີ ເຈົ້າແຂວງເກາະບາຫຼີໄດ້ກ່າວໃນພິທີຕ້ອນຮັບວ່າ: ອິນໂດເນເຊຍໃຫ້ຄວາມສຳຄັນສູງຕໍ່ຕະຫຼາດຈີນ, ຈີນແມ່ນປະເທດແຫຼ່ງນັກທ່ອງທ່ຽວໃຫຍ່ທີ່ສຸດຂອງເກາະບາຫຼີໃນຫຼາຍປີຜ່ານມາ, ໃນໄລຍະຫຼາຍທີ່ສຸດ ມີນັກທ່ອງທ່ຽວຈີນປະມານ 1 ລ້ານ 4 ແສນຄົນມາທ່ຽວເກາະບາຫຼີ. ການເຂົ້າມາຂອງນັກທ່ອງທ່ຽວຈີນຍ່ອມຈະຊຸກຍູ້ການພັດທະນາການທ່ອງທ່ຽວຂອງເກາະບາຫຼີໃຫ້ມີຄວາມຈະເລີນຮຸ່ງເຮືອງຄືນໃໝ່.