ໃນຮອບ3ປີຜ່ານມາ ນັກທ່ອງທ່ຽວຈີນກຸ່ມທຳອິດໄປຮອດແຂວງແຄັງຮວາປະເທດຫວຽດນາມ

2023-01-24 14:14:38 cri


ຕາມຂ່າວຈາກຂ່າວສານຫວຽດນາມ: ຖ້ຽວບິນບັນທຸກນັກທ່ອງທ່ຽວຈີນ214ຄົນລຳໜຶ່ງຂອງບໍລິສັດການບິນຫວຽດເຈັດຫວຽດນາມໄດ້ບິນໄປຮອດສະໜາມບິນສາກົນກຳແຣັງຢູ່ແຂວງແຄັງຮວາປະເທດຫວຽດນາມໃນວັນທີ23ມັງກອນນີ້,ນີ້ແມ່ນຖ້ຽວບິນທີ່ບັນທຸກນັກທ່ອງທ່ຽວຈີນລຳທຳອິດທີ່ບິນໄປຮອດແຂວງດັ່ງກ່າວໃນ3ປີຜ່ານມານີ້.


ແຂວງແຄັງຮວາໄດ້ຈັດພິທີຕ້ອນຮັບນັກທ່ອງທ່ຽວກຸ່ມນີ້ໃນມື້ດຽວກັນ,ເຈົ້າໜ້າທີ່ທ້ອງຖິ່ນໄດ້ມອບດອກໄມ້ສົດແລະອັ່ງເປົ່າສະຫຼອງປີໃໝ່ໃຫ້ກັບນັກທ່ອງທ່ຽວແຕ່ລະຄົນ.


ຂ່າວຍັງແຈ້ງໃຫ້ຮູ້ຕື່ມວ່າ:ຄາດວ່າໃນລະຫວ່າງວັນທີ23ມັງກອນຫາວັນທີ23ມີນາປີນີ້,ບໍລິສັດການບິນ ຫວຽດເຈັດຈະມີຖ້ຽວບິນປະມານ35ຖ້ຽວ ໂດຍບັນທຸກຜູ້ໂດຍສານລະຫວ່າງ 180- 220 ຄົນຕໍ່ລຳ.


ໃນຫຼາຍປີມໍ່ໆມານີ້,ຈີນເປັນໜຶ່ງໃນບັນດາຕະຫຼາດນັກທ່ອງທ່ຽວທີ່ສຳຄັນຂອງແຂວງແຄັງຮວາ. ກ່ອນພະຍາດໂຄວິດ-19ແຜ່ລະບາດ,ຈຳນວນນັກທ່ອງທ່ຽວຈີນກວມອັນດັບໜຶ່ງໃນຈຳນວນນັກທ່ອງທ່ຽວສາກົນຢູ່ແຂວງແຄັງຮວາ.