ນາຍົກຍ່ີປຸ່ນຍັງຢາກເຊັນສັນຍາສັນຕິພາບ ແຕ່ຣັດເຊຍກ່າວວ່າ “ປັດຈຸບັນ ຈະບໍ່ເຈລະຈາກັນ”

2023-01-24 11:58:57 CRI

    ວັນທີ 23 ມັງກອນນີ້, ໃນເວລາກ່າວປາຖະກະຖາກ່ຽວກັບການບໍລິຫານປະເທດ, ທ່ານຟູມີໂອ ຄີຊີຕາ ນາຍົກລັດຖະມົນຕີຍີ່ປຸ່ນກ່າວວ່າ, ຈະສືບຕໍ່ຍຶດໝັ້ນທິດທາງທີ່ແກ້ໄຂບັນຫາຜືນແຜ່ນດິນລະຫວ່າງຍີ່ປຸ່ນ ແລະ ຣັດເຊຍ ພ້ອມດ້ວຍການເຊັນສັນຍາສັນຕິພາບ. ແຕ່ທ່ານຍັງກ່າວວ່າ, ຈະຮ່ວມກັບສະມາຊິກອື່ນໆຂອງ G7 ສືບຕໍ່ລົງໂທດຕໍ່ຣັດເຊຍ.



    ຕໍ່ກັບເລື່ອງນີ້, ຣັດເຊຍຕອບວ່າ, ປັດຈຸບັນ ຈະບໍ່ເຈລະຈາກ່ຽວກັບເລື່ອງນີ້. ເພາະວ່າຍີ່ປຸ່ນເປັນເຈົ້າການຢືນຢູ່ຂ້າງປະເທດຕ່າງໆທີ່ບໍ່ມີໄມຕີຈິດຕໍ່ຣັດເຊຍ ບໍ່ໄດ້ສະແດງໃຫ້ເຫັນລັກສະນະສ້າງສັນໃນດ້ານການພົວພັນຣັດເຊຍ-ຍີ່ປຸ່ນ.


     ເດືອນກຸມພາປີກາຍນີ້, ຫຼັງຈາກການປະທະກັນຣັດເຊຍ-ອູແກຣນເກີດຂຶ້ນແລ້ວ, ຍີ່ປຸ່ນໄດ້ຕິດຕາມອາເມຣິກາລົງໂທດຕໍ່ຣັດເຊຍ, ຖືກຣັດເຊຍຈັດເປັນປະເທດທີ່ບໍ່ມີໄມຕີຈິດມິດຕະພາບ,ຣັດເຊຍຍັງໄດ້ຍຸດຕິການເຈລະຈາກ່ຽວກັບສັນຍາສັນຕິພາບກັບຍີ່ປຸ່ນ ແລະ ໂຄງການຮ່ວມມືທີ່ປິ່ນອ້ອມຜືນແຜ່ນດິນທີ່ມີຂໍ້ຂັດແຍ້ງກັນ.