ຈີນເປັນກຳລັງສຳຄັນໃນການພັດທະນາເຕັກນິກພະລັງງານສີຂຽວ

2023-01-24 11:51:10 cri


ຫວ່າງມໍ່ໆມານີ້, ທ່ານ ຟາທິເຮິ ບີໂຣ ປະທານອົງການພະລັງງານສາກົນກ່າວວ່າ: ຈີນເປັນກຳລັງສຳຄັນໃນການພັດທະນາເຕັກນິກພະລັງງານສີຂຽວ.


ທ່ານບີໂຣກ່າວຕື່ມວ່າ:ຈີນແມ່ນຜູ້ສຳຄັນທີ່ຊຸກຍູ້ເຕັກນິກພະລັງງານສະອາດ,ຢູ່ແຖວໜ້າ ໂລກໃນຂົງເຂດພະລັງງານແສງຕາເວັນ,ພະລັງລົມ, ລົດໄຟຟ້າແລະອື່ນໆ.


ໃນເດືອນທັນວາປີ2022,ອົງການພະລັງງານສາກົນໄດ້ປະກາດບົດລາຍງານພະລັງງານໝູນວຽນໃນປີ2022ໂດຍຄາດຄະເນວ່າ: ລະຫວ່າງປີ2022-2027,ຈີນຈະກວມເກືອບເຄິ່ງໜຶ່ງຂອງຍອດຈຳນວນພະລັງງານໝູນວຽນທີ່ເພີ່ມໃໝ່ໃນໂລກ.


ໃນເວລາກ່າວເຖິງທ່ວງທ່າຂະຫຍາຍຕົວຂອງລາຄາພະລັງງານ,ທ່ານບີໂຣກ່າວວ່າ:ຍ້ອນປັດໄຈທາງການເມືອງພາກພື້ນ,ຄວາມຕ້ອງການພະລັງງານໃນທົ່ວໂລກແລະອື່ນໆຍັງບໍ່ມີຄວາມແນ່ນອນເທື່ອ,ປີ2023ຈະເປັນປີທີ່ຫຍຸ້ງຍາກທີ່ສຸດສຳລັບຕະຫຼາດພະລັງງານ.


ອົງການພະລັງງານສາກົນເຄີຍຄາດຄະເນວ່າ: ການຕອບສະໜອງໃນຕະຫຼາດນ້ຳມັນດິບທົ່ວໂລກອາດຈະຂາດເຂີນຢ່າງຫຼວງຫຼາຍໃນໄຕມາດທີ3ຂອງປີ2023.