ກິດຈະກຳລົມລະດູບານໃໝ່ໃນປີນີ້ຈະສະໜອງຕຳແໜ່ງງານໃຫ້30ລ້ານຄົນ

2023-01-24 12:05:13 cri


ຫວ່າງມໍ່ໆມານີ້ ກະຊວງຊັບພະຍາກອນມະນຸດແລະປະກັນສັງຄົມຈີນເປີດເຜີຍໃຫ້ຮູ້ວ່າ:ກິດຈະກຳການບໍລິການສະເພາະທີ່ມີຫົວຂໍ້ວ່າ“ກິດຈະກຳລົມລະດູບານໃໝ່ກໍຄືເດືອນຊ່ວຍເຫຼືອການປະກອບອາຊີບປີ2023”ທີ່ຈະດຳເນີນໃນທົ່ວປະເທດແຕ່ເດືອນມັງກອນຫາເດືອນມີນາປີນີ້ ຄາດວ່າຈະສະໜອງຕຳແໜ່ງງານໃຫ້30ລ້ານຄົນ.


ກິດຈະກຳດັ່ງກ່າວແມ່ນຈັດຮ່ວມໂດຍກະຊວງຊັບພະຍາກອນມະນຸດແລະປະກັນສັງຄົມຈີນ ພ້ອມກັບກະຊວງອຸດສາຫະກຳແລະຂໍ້ມູນຂ່າວສານແລະກະຊວງປະຊາສົງເຄາະຈີນລວມ10ພາກສ່ວນ, ຕົ້ນຕໍແມ່ນໃຫ້ຄວາມຊ່ວຍເຫຼືອໃນການປະກອບອາຊີບໃຫ້ຜູ້ອອກແຮງງານຂອງຊົນນະບົດທີ່ຢາກປະກອບອາຊີບສ້າງທຸລະກິດຂອງຕົນ,ຜູ້ມີຄວາມຫຍຸ້ງຍາກໃນການປະກອບອາຊີບເຊິ່ງເໝາະກັບເງື່ອນໄຂທີ່ກຳນົດໄວ້ ແລະໜ່ວຍງານທີ່ຕ້ອງການຜູ້ອອກແຮງງານ.