ກິລາຢູ່ເທິງຫິມະ ແລະນ້ຳກ້ອນກາຍເປັນກະແສໃໝ່ໃນຍາມບຸນກຸດຈີນ

2023-01-24 15:52:13 CRI


    ນອກຈາກຄົນໃນຄອບຄົວເຕົ້າໂຮມລວມໂຕກັນ, ສະເຫວີຍອາຫານທີ່ແຊບຊ້ອຍ ແລະ ຢ້ຽມຢາມຍາດຕິພີ່ນ້ອງແລ້ວ, ກິລາຢູ່ເທິງຫິມະ ແລະນ້ຳກ້ອນໄດ້ກາຍເປັນກະແສໃໝ່ຂອງຊາວຈີນໃນການຫຼິ້ນບຸນກຸດຈີນ. ບຸນກຸດຈີນ 2023 ແມ່ນບຸນກຸດຈີນອັນທຳອິດພາຍຫຼັງງານກິລາໂອລິມປິກລະດູໜາວປັກກິ່ງ, ຄວາມກະຕືລືລົ້ນທີ່ເຂົ້າຮ່ວມກິລາຢູ່ເທິງຫິມະ ແລະນ້ຳກ້ອນຂອງປະຊາຊົນແຫ່ງຕ່າງໆຍິ່ງຫຼາຍຂຶ້ນກວ່າເກົ່າ, ຫຼິ້ນສະກີ້ ແລະສະເກັດໄດ້ກາຍເປັນທາງເລືອກອັນໃໝ່ ເຊິ່ງນອກຈາກການພັກຜ່ອນຢ່ອນໃຈ ແລະຄອບຄົວເຕົ້າໂຮມສັງສັນກັນ.