ສະຫະປະຊາຊາດປະກາດ“ບົດລາຍງານກ່ຽວກັບການຄ້າມະນຸດໃນທົ່ວໂລກ”

2023-01-25 12:00:23 cri


ວັນທີ24ມັງກອນນີ້,ຫ້ອງການຢາເສບຕິດແລະອາຊະຍາກຳອົງການສະຫະປະຊາຊາດໄດ້ປະກາດ“ບົດລາຍງານກ່ຽວກັບການຄ້າມະນຸດໃນທົ່ວໂລກ”ໂດຍສະແດງໃຫ້ເຫັນວ່າ:ໃນປີ 2020 ມີຜູ້ປະສົບເຄາະຮ້າຍໃນການຄ້າມະນຸດເຖິງ 46.850 ຄົນ,ຫຼຸດລົງ 11% ເມື່ອທຽບໃສ່ ປີ2019, ສາເຫດຕົ້ນຕໍແມ່ນຈຳນວນຜູ້ປະສົບເຄາະຮ້າຍຢູ່ປະເທດທີ່ມີລາຍໄດ້ລະດັບກາງແລະຕ່ຳໄດ້ຫຼຸດໜ້ອຍລົງ.


“ບົດລາຍງານກ່ຽວກັບການຄ້າມະນຸດໃນທົ່ວໂລກ”ປົກຄຸມ141ປະເທດແລະເຂດແຄວ້ນ, ໂດຍອີງຕາມຄະດີການຄ້າມະນຸດທີ່ພົບເຫັນລະຫວ່າງປີ2017-2021 ໄດ້ບັນຍາຍຮູບແບບການຄ້າມະນຸດຢູ່ໃນທົ່ວໂລກ,ພາກພື້ນແລະປະເທດ,ເພື່ອຊ່ວຍເຫຼືອຜູ້ຈັດວາງນະໂຍບາຍວາງມາດຕະການຮັບມືທີ່ມີປະສິດທິຜົນ.