ຟິລິບປິນຈັດພິທີຕ້ອນຮັບນັກທ່ອງທ່ຽວຈີນ

2023-01-25 11:57:09 cri


ຕອນບ່າຍວັນທີ24ມັງກອນນີ້,ຖ້ຽວບິນທີ່ບັນທຸກນັກທ່ອງທ່ຽວຫຼາຍກວ່າ200ຄົນໄດ້ບິນຈາກນະຄອນເຊ້ຍເມີນ,ແຂວງຟູຈ້ຽນປະເທດຈີນໄປຮອດສະໜາມບິນສາກົນມານີລາປະເທດຟິລິບຟິນ,ກະຊວງທ່ອງທ່ຽວຟິລິບປິນໄດ້ຈັດພິທີຕ້ອນຮັບຢູ່ສະໜາມບິນ. ທ່ານ ຄຣີສຕີນາ ກາເຊຍ ຟຣາສໂຄ ລັດຖະມົນຕີກະຊວງທ່ອງທ່ຽວຟິລິບປິນແລະທ່ານ ຮວງສີ່ລຽນ ເອກອັກຄະລັດຖະທູດຈີນປະຈຳຟິລິບປິນໄດ້ໄປຕ້ອນຮັບຢູ່ສະໜາມບິນ.


ທ່ານຟຣາສໂຄກ່າວໃນພິທີວ່າ: ການມາຮອດຂອງນັກທ່ອງທ່ຽວຈີນມີຄວາມໝາຍສຳຄັນຕໍ່ການຟື້ນຟູຂະແໜງການທ່ອງທ່ຽວຂອງຟິລິບປິນ. ກະຊວງທ່ອງທ່ຽວຟິລິບປິນພວມຮ່ວມມືກັບອົງການປົກຄອງທ້ອງຖິ່ນຢ່າງແໜ້ນແຟ້ນ,ເພີ່ມທະວີການກໍ່ສ້າງພື້ນຖານໂຄງລ່າງ,ຍົກສູງການສຳຜັດກັບວັດທະນະທຳດ້ານການທ່ອງທ່ຽວ,ປັບປຸງການຮ່ວມມືດ້ານການທ່ອງທ່ຽວກັບຈີນໃຫ້ດີຂຶ້ນ,ເພື່ອຊຸກຍູ້ການເຕີບໂຕດ້ານການທ່ອງທ່ຽວຂອງຟິລິບປິນ.