ຣັດເຊຍມີແຜນຈະສ້າງສະຖານີອະວະກາດຂອງປະເທດຕົນໃນປີ 2027

2023-01-25 11:30:06 CRI

 

    ວັນທີ 24 ມັງກອນນີ້, ທ່ານຢູຣີ ໂບຣີໂຊຟ ຜູ້ອຳນວຍການໃຫຍ່ບໍລິສັດການບິນອະວະກາດແຫ່ງຊາດຣັດເຊຍກ່າວວ່າ, ຣັດເຊຍມີແຜນຈະສ້າງສະຖານີອະວະກາດຂອງປະເທດຕົນໃນປີ 2027 ແລະ ຈະສະແດງໃຫ້ເຫັນຮູບຊົງສຸດທ້າຍຂອງສະຖານີອະວະກາດໃນວັນທີ 12 ເມສາປີນີ້.


    ນອກນີ້, ທ່ານໂບຣີໂຊຟຍັງກ່າວວ່າ, ຣັດເຊຍມີແຜນ  ຈະເພີ່ມຈຳນວນດາວທຽມຂອງຣັດເຊຍຈາກ 200 ໜ່ວຍໃຫ້ຂຶ້ນຮອດຢ່າງໜ້ອຍ 1 ພັນໜ່ວຍກ່ອນປີ 2030.