ເລີ່ມນຳໃຊ້ລົດເມງວດທຳອິດທີ່ມົງໂກລີຊື້ເຂົ້າຈາກຈີນ

2023-01-25 12:05:48 cri


ສື່ມວນຊົນມົງໂກລີລາຍງານໃນວັນທີ24ມັງກອນນີ້ວ່າ: ນັບມາຮອດມື້ດຽວກັນ, ລົດເມງວດທຳອິດລວມ117ຄັນທີ່ມົງໂກລີຊື້ເຂົ້າຈາກຈີນໄດ້ເລີ່ມເປີດບໍລິການທັງໝົດຢູ່ນະຄອນຫຼວງອູລານບາຕໍ.


ປະຊາຊົນນະຄອນຫຼວງອູລານບາຕໍໄດ້ຍ້ອງຍໍລົດເມທີ່ຜະລິດໂດຍຈີນໂດຍເວົ້າວ່າ:ລົດເມເຫຼົ່ານີ້ມີຈຸດເດັ່ນຫຼາຍຢ່າງ,ເຊັ່ນ ນັ່ງສະບາຍ, ຂ້າງໃນອົບອຸ່ນ, ແກ້ວລົດບໍ່ຕິດນ້ຳໝອກເປັນຕົ້ນ. ຄຽງຄູ່ກັບການຊື້ລົດເມຈາກຈີນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ,ປະຊາຊົນກໍບໍ່ຕ້ອງລໍຖ້າດົນຄືເກົ່າແລ້ວ.


ຂ່າວແຈ້ງໃຫ້ຮູ້ຕື່ມວ່າ: ມົງໂກລີມີແຜນຈະນຳເຂົ້າລົດເມ 224 ຄັນຈາກຈີນ, ເພື່ອປັບປຸງສະພາບການຄົມມະນາຄົມສາທາລະນະຂອງນະຄອນຫຼວງອູລານບາຕໍໃຫ້ດີຂຶ້ນ,ສ້າງເງື່ອນໄຂສະດວກສະບາຍກວ່າເກົ່າໃຫ້ແກ່ປະຊາຊົນໃນການອອກເດີນທາງ.