ວັນທີ 24 ມັງກອນນີ້, ທ່ານລູອິສ ອັນເບີໂຕ ລາຄາເລ ປາວ ປະທານາທິບໍດີປະເທດອູຣາໄກວກ່າວວ່າ: ອູຣາໄກວຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າກັບຈີນ, ເພື່ອເຊື່ອມໂຍງເຂົ້າກັບຕະຫຼາດສາກົນໄດ້ດີກວ່າເກົ່າ.
ທ່ານລູອິສ ອັນເບີໂຕ ລາຄາເລ ປາວ ກ່າວຕື່ມວ່າ: ຈີນແມ່ນຄູ່ການຄ້າທີ່ສຳຄັນທີ່ສຸດຂອງພາກພື້ນອາເມຣິກາ-ລາຕີນ, ກໍແມ່ນຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງອູຣາໄກວ, ຜະລິດຕະພັນສົ່ງອອກ 30% ຂອງອູຣາໄກວແມ່ນຈຳໜ່າຍໄປສູ່ຈີນ, ພ້ອມກັນນັ້ນ, ຍອດມູນຄ່າການຄ້າສອງຝ່າຍລະຫວ່າງອາເມຣິກາ-ລາຕີນ-ຈີນ ແລະອູຣາໄກວ-ຈີນພວມເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ເຊິ່ງໄດ້ສະແດງໃຫ້ເຫັນໂດຍບໍ່ຕ້ອງສົງໄສວ່າ: ການເພີ່ມທະວີ ແລະລົງເລິກສາຍພົວພັນດ້ານເສດຖະກິດການຄ້າກັບຈີນແມ່ນສອດຄ່ອງກັບຜົນປະໂຫຍດຂອງອູຣາໄກວ, ກໍຄືປະເທດໃນພາກພື້ນ ອາເມຣິກາ-ລາຕີນ, ທັງເປັນຄວາມມຸ່ງຫວັງຂອງປະເທດໃນພາກພື້ນອາເມຣິກາ-ລາຕີນອີກດ້ວຍ.
ທ່ານລູອິສ ອັນເບີໂຕ ລາຄາເລ ປາວ ກ່າວເນັ້ນໜັກວ່າ: ຈີນມີຄວາມສຳຄັນຕໍ່ເສດຖະກິດໂລກ ເຊິ່ງໄດ້ເຮັດໃຫ້ປະເທດໃນພາກພື້ນອາເມຣິກາ-ລາຕີນ ຄື: ອູຣາໄກວເປັນຕົ້ນ ສາມາດເຊື່ອມໂຍງເຂົ້າກັບຕະຫຼາດສາກົນໄດ້ດີກວ່າເກົ່າ ແລະໄດ້ຮັບຜົນປະໂຫຍດທີ່ດີກວ່າເກົ່າໂດຍຜ່ານການເພີ່ມທະວີສາຍພົວພັນດ້ານເສດຖະກິດການຄ້າກັບຈີນ.