ອາຫານປະເພດແປ້ງຂອງແຂວງສານຊີ່ຈີນ “ມີຄວາມສຸກຫຼາຍ”

2023-01-25 15:53:52 CRI

     

     ນັບແຕ່ລາຊະວົງຖັງເມື່ອພັນກວ່າປີກ່ອນມາຮອດປັດຈຸບັນ, ຢູ່ແຂວງສານຊີ່ຂອງຈີນ ຄົນທັງຫຼາຍກໍ່ກິນອາຫານປະເພດແປ້ງເປັນຕົ້ນຕໍ. ຕາມຖະໜົນຫົນທາງຂອງສານຊີ່, ຮ້ານອາຫານປະເພດແປ້ງແມ່ນມີຈຳນວນຫຼວງຫຼາຍ, ອາຫານສາມຄາບຂອງແຕ່ລະມື້ກໍ່ຕ້ອງກິນແປ້ງ. ໃນໄລຍະບຸນກຸດຈີນ, ຢູ່ເທິງໂຕະຂອງຄອບຄົວຄົນສານຊີ່ກໍ່ຍ່ອມມີອາຫານປະເພດແປ້ງເຊິ່ງເປັນສັນຍາລັກຂອງຄວາມເຕົ້າໂຮມກັນ ແລະ ຄວາມຍາວນານ. ອາຫານແປ້ງຂອງແຂວງສານຊີ່ຈີນມີປະມານ 50 ກວ່າຊະນິດ, ມີຫຼາຍຊະນິດບໍ່ພຽງແຕ່ມີຊື່ສຽງຢູ່ຈີນເທົ່ານັ້ນ ກໍ່ມີຊື່ສຽງຢູ່ໃນໂລກນຳອີກ.