ເມືອງລູຕີ້ງ, ກິ່ງແຂວງກ່ານຈື່, ແຂວງເສສວນປະເທດຈີນເກີດແຜ່ນດິນໄຫວຄວາມແຮງ 5,6 ຣິກເຕີ

2023-01-26 16:24:56 cri

 

    ເວລາ 3 ໂມງ 49 ນາທີຂອງວັນທີ 26 ມັງກອນນີ້ຕາມເວລາປັກກິ່ງ, ເມືອງລູຕີ້ງ, ກິ່ງແຂວງກ່ານຈື່, ແຂວງເສສວນປະເທດຈີນ ທີ່ຕັ້ງຢູ່ເສັ້ນຂະໜານ 29,63 ອົງສາເໜືອ, ເສັ້ນແວງ 102,01 ອົງສາຕາເວັນອອກ ໄດ້ເກີດແຜ່ນດິນໄຫວ 5,6 ຣິກເຕີ,  ແຫຼ່ງສັ່ນສະເທືອນເລິກລົງໄປໃຕ້ດິນ 11 ກິໂລແມັດ. ນັບມາຮອດເວລາ 11 ໂມງຂອງວັນທີ 26 ມັງກອນນີ້ຕາມເວລາປັກກິ່ງ, ບັນທຶກໄດ້ສັ່ນສະເທືອນຕາມມາ 100 ກວ່າຄັ້ງ.

    ພາຍຫຼັງເກີດແຜ່ນດິນໄຫວແລ້ວ, ໜ່ວຍກູ້ໄພໄດ້ດໍາເນີນການຊ່ວຍເຫຼືອກອບກູ້ຢູ່ເຂດເກີດເຫດ. ປັດຈຸບັນ, ຍັງບໍ່ທັນໄດ້ຮັບການລາຍງານທີ່ມີຜູ້ເສຍຊີວິດ, ຜູ້ໄດ້ຮັບບາດເຈັບ ແລະເຮືອນພັງທະລາຍເທື່ອ.