ໃນການເອົາປະຊາມະຕິໃນທົ່ວໂລກມີ88,1%ໄດ້ຍ້ອງຍໍຜົນການປ້ອງກັນພະຍາດໂຄວິດ-19 ຂອງຈີນໃນສາມປີຜ່ານມາ

2023-01-26 10:44:37 cri


ຄັງສະຕິປັນຍາຂອງເຄືອຂ່າຍໂທລະພາບທົ່ວໂລກຈີນຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMGໄດ້ເອົາປະຊາມະຕິຕໍ່ທົ່ວໂລກໂດຍສະແດງໃຫ້ເຫັນວ່າ: ໃນຜູ້ໃຫ້ສຳພາດໃນທົ່ວໂລກ ມີ88,1%ໄດ້ຍ້ອງຍໍຜົນການປ້ອງກັນພະຍາດໂຄວິດ-19ຂອງຈີນໃນສາມປີຜ່ານມາ, ມີ71,6%ໄດ້ຢືນຢັນຢ່າງເຕັມສ່ວນຕໍ່ຈີນທີ່ປັບປຸງນະໂຍບາຍປ້ອງກັນພະຍາດໂຄວິດ-19ຕາມສະພາບຕົວຈິງ. ການເອົາປະຊາມະຕິໃນທົ່ວໂລກຄັ້ງນີ້ປົກຄຸມປະເທດຕາເວັນຕົກທີ່ພັດທະນາແລ້ວ ເຊັ່ນ:ອາເມຣິກາ,ອັງກິດ,ຝຣັ່ງ,ເຢຍລະມັນ,ອີຕາລີແລະປະເທດອື່ນໆ ລວມ 21 ປະເທດ.


ນັບແຕ່ພະຍາດໂຄວິດ-19ແຜ່ລະບາດໃນສາມປີຜ່ານມາ,ຈີນໄດ້ຍຶດໝັ້ນແນວຄຶດ“ປະຊາຊົນຢູ່ເໜືອທຸກສິ່ງຢ່າງ,ຊີວິດຢູ່ເໜືອທຸກສິ່ງຢ່າງ”ໂດຍໄດ້ປັບປຸງນະໂຍບາຍປ້ອງກັນແລະຄວບຄຸມພະຍາດໂຄວິດ-19ໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ນັບມາຮອດປັດຈຸບັນ,ຜູ້ເສຍຊີວິດຍ້ອນຕິດເຊື້ອພະຍາດໂຄວິດ-19ຢູ່ທົ່ວໂລກ ລວມທັງໝົດແລ້ວມີຫຼາຍກວ່າ 6.630.000 ຄົນ, ແຕ່ອັດຕາຜູ້ເປັນພະຍາດສາຫັດແລະຜູ້ເສຍຊີວິດຂອງຈີນລ້ວນແຕ່ຢູ່ໃນລະດັບອ່າວຕ່ຳໃນທົ່ວໂລກ.


ການເອົາປະຊາມະຕິຄັ້ງນີ້ສະແດງໃຫ້ເຫັນວ່າ: ໃນຜູ້ໃຫ້ສຳພາດຢູ່ໃນທົ່ວໂລກ ມີ 86,8% ໄດ້ຢືນຢັນຜົນການປ້ອງກັນແລະຄວບຄຸມພະຍາດໂຄວິດ-19ແລະຜົນການພັດທະນາເສດຖະກິດສັງຄົມຢ່າງມີປະສິດທິຜົນສູງແລະເປັນເອກະພາບຂອງຈີນຢ່າງເຕັມທີ່,ມີຜູ້ໃຫ້ສຳພາດ 88% ໄດ້ກ່າວວ່າວັກຊີນຂອງຈີນແມ່ນປອດໄພແລະມີປະສິດທິຜົນ. ມີ77,7%ເຫັນວ່າ ສື່ມວນຊົນຝ່າຍຕາເວັນຕົກມີຄວາມເຫັນອະຄະຕິທາງການເມືອງໃນການລາຍງານຂ່າວກ່ຽວກັບນະໂຍບາຍປ້ອງກັນແລະຄວບຄຸມພະຍາດໂຄວິດ-19ຂອງຈີນ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ