ອາຟຣີກາຕ້ອງການເງິນກູ້ຢືມ65ຕື້ໂດລາຕໍ່ປີເພື່ອຜະລິດທັນຍາຫານຢ່າງພຽງພໍ

2023-01-26 15:28:41 cri


ຫວ່າງມໍ່ໆມານີ້ ທະນາຄານພັດທະນາອາຟຣີກາໄດ້ອອກຖະແຫຼງການສະບັບໜຶ່ງໂດຍລະບຸວ່າ: ຊາວກະສິກອນອາຟຣີກາຕ້ອງການເງິນກູ້ຢືມ65ຕື້ໂດລາຕໍ່ປີເພື່ອຜະລິດທັນຍາຫານຢ່າງພຽງພໍ ເພື່ອຫຼຸດລົງການນຳເຂົ້າແລະເຮັດໃຫ້ເສດຖະກິດບໍ່ຖືກໂຈມຕີຈາກພາຍນອກ.


ປັດຈຸບັນ,ແຕ່ລະປີ ແຜ່ນດິນໃຫຍ່ອາຟຣີກາຕ້ອງການນຳເຂົ້າພືດທັນຍາຫານຫຼາຍກວ່າ 100 ໂຕນ,ຕົ້ນທຶນແມ່ນ 75 ຕື້ໂດລາສະຫະລັດ. ຍ້ອນວ່າໄພເງິນເຟີ້ໃນໄລຍະມໍ່ໆມານີ້ໄດ້ເພີ່ມສູງຂຶ້ນ, ການປະທະກັນລະຫວ່າງຣັດເຊຍກັບອູແກຣນພາໃຫ້ລາຄາສິນຄ້າສູງຂຶ້ນ,ເຊິ່ງໄດ້ເປີດເຜີຍບັນຫາຕ່າງໆຕື່ມອີກ ເຊັ່ນອາຟຣີກາອາໄສການນຳເຂົ້າທັນຍາຫານເກີນໄປ.


ທະນາຄານພັດທະນາອາຟຣີກາຮຽກຮ້ອງທຸກຝ່າຍໃຫ້ຄວາມຊ່ວຍເຫຼືອດ້ວຍເງິນກູ້ຢືມ,ເພື່ອກຳຈັດອຸປະສັກໃນການພັດທະນາກະສິກຳຢູ່ອາຟຣີກາ,ຍົກສູງກຳລັງການຜະລິດກະສິກຳ, ໃຫ້ອາຟຣີກາປ່ຽນເປັນຄັງທັນຍາຫານຂອງໂລກ. ຄາດວ່າຮອດປີ2030,ຍອດມູນຄ່າການຜະລິດກະສິກຳຂອງອາຟຣີກາອາດຈະເພີ່ມຂຶ້ນຈາກ280ຕື້ໂດລາເຖິງ1ພັນຕື້ໂດລາຕໍ່ປີ.