ລັດຖະມົນຕີການຕ່າງປະເທດອາກຊັງຕິນ:ຈີນເປັນຄູ່ການຄ້າອັນສຳຄັນຂອງອາກຊັງຕິນ

2023-01-26 11:42:16 CRI

    ວັນທີ 24 ມັງກອນນີ້, ກອງປະຊຸມສຸດຍອດປະຊາຄົມປະເທດອາເມຣິກາລາຕິນ ແລະ ກາຣາອິບຄັ້ງທີ 7 ໄດ້ຈັດຂຶ້ນຢູ່ບູນົສໄອເຣັດສ໌ ນະຄອນຫຼວງອາກຊັງຕິນ. ໃນໄລຍະຈັດກອງປະຊຸມ, ທ່ານຊານຕີອາໂກ ກາຟີເອໂຣ ລັດຖະມົນຕີກະຊວງການຕ່າງປະເທດອາກຊັງຕິນໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG.



   ໃນການສຳພາດ, ທ່ານກາຟີເອໂຣກ່າວວ່າ, ເວົ້າສຳລັບພວກເຮົາແລ້ວ, ຈີນເຂົ້າຮ່ວມການຫາລືກັບປະເທດອາເມຣິກາລາຕິນ ແລະ ກາຣາອິບມີຄວາມໝາຍສຳຄັນ, ເພາະວ່າຈີນເປັນຄູ່ການຄ້າອັນສຳຄັນຂອງປະເທດ ແລະ ເຂດແຄວ້ນສ່ວນຫຼາຍໃນພາກພື້ນນີ້, ສະນັ້ນພວກເຮົາຄອງຄອຍເພີ່ມທະວີຄວາມເຂົ້າໃຈກັນ.


    ທ່ານກາຟີເອໂຣກ່າວຕື່ມວ່າ, ຈີນເປັນຄູ່ການຄ້າອັນສຳຄັນທີ່ສຸດຂອງອາກຊັງຕິນ, ຍ້ອນແນວນີ້, ອາກຊັງຕິນຈິ່ງໄດ້ເຂົ້າຮ່ວມການພ້ອມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເພື່ອຄອງຄອງຊຸກຍູ້ໃຫ້ຈີນລົງທຶນຢູ່ອາກຊັງຕິນ, “ຂ້າພະເຈົ້າເຫັນວ່າ,ການຮ່ວມມືລະຫວ່າງອາກຊັງຕິນ ກັບ ຈີນມີກຳລັງແຮງບົ່ມຊ້ອນອັນໃຫຍ່ຫຼວງ, ສອງຝ່າຍມີຊ່ອງທາງການຮ່ວມມືອັນກວ້າງຂວາງໃນຫຼາຍໆຂົງເຂດ ເຊິ່ງລວມທັງການບິນ ແລະ ການບິນອະວະກາດ ພ້ອມດ້ວຍເຕັກນິກນິວເຄຼຍເປັນຕົ້ນ. ການພົວພັນລະຫວ່າງສອງປະເທດຍ່ອມຈະຂະຫຍາຍຍຕົວຫຼາຍໃນຂົງເຂດເສດຖະກິດ-ການຄ້າ. ຂ້າພະເຈົ້າຄອງຄອຍການພົວພັນອາກຊັງຕິນ-ຈີນ ກໍຄືການພົວພັນລະຫວ່າງປະເທດອາເມຣິກາລາຕິນຕ່າງໆ ກັບ ຈີນສາມາດລົງເລິກການຂະຫຍາຍຕົວຢ່າງຕໍ່ເນື່ອງ.”